ເສດຖະສາດ

ຄຳວ່າ ເສດຖະສາດ (ຄຳເຄົ້າ: ເສຣສຖສາສຕຣ໌[໑], ຄຳວ່າ Economics ໃນພາສາອັງກິດ ມາຈາກ ຄຳວ່າ [oikos] ໃນ ພາສາເກຣັກ ເຊິ່ງ ແປວ່າ 'ເຮືອນ', ແລະ [nomos] ເຊິ່ງ ແປວ່າ 'ປົກຄອງ' ແລະ ສາມາດແປລວມໄດ້ວ່າ "ການປົກຄອງເຮືອນ") ແມ່ນ ສັງຄົມສາດ ຂະແໜງໜຶ່ງ ທີ່ສຶກສາ ກ່ຽວກັບ ການຜະລິດ (Production), ການແຈກຢາຍ (Distribution), ການຄ້າ (Trade) ແລະ ການຊົມໃຊ້ (Consumption) ສິນຄ້າ (Goods) ແລະ ການບໍລິການ (Services).

ເສດຖະສາດ ພັດທະນາມາຈາກ ເສດຖະກິດການເມືອງ(Political Economy) ໃນທ້າຍ ສັດຕະວັດທີ 19 ຍ້ອນຄວາມຕ້ອງການຢາກສ້າງມັນໃຫ້ເປັນ ວິທະຍາສາດສັງຄົມ ທີ່ໃຊ້ວິທີການ ທີ່ມີລັກສະນະ ວິທະຍາສາດທຳມະຊາດຫຼາຍຂຶ້ນ. ເປົ້າໝາຍໜຶ່ງ ຂອງ ເສດຖະສາດ ແມ່ນການອະທິບາຍ ກົນໄກຂອງ ແລະ ການຕອບໂຕ້ກັນ ລະຫວ່າງ ອົງກອນ ຂອງ ເສດຖະກິດ. ເສດຖະສາດ ຖືກນຳໃຊ້ ຂະແໜງ ການປົກຄອງ, ການບໍລິຫານທຸລະກິດເປັນຫຼັກ ແຕ່ສາຂາອື່ນໆໃນສັງຄົມສາດ ເຊັ່ນ ການສຶກສາກ່ຽວກັບ ການສຶກສາ, ອາດຊະຍາກຳ, ສາທາລະນະສຸກ , ກົດໝາຍ, ການເມືອງ ແລະອື່ນໆອີກ.

ເສດຖະສາດຈຸນລະພາກ

ແມ່ນສາຂາເສດຖະສາດໜຶ່ງ ທີ່ ສຶກສາ ການເຄື່ອນໄຫວທາງເສດຖະກິດ ຂອງ ໂຕແທນທາງເສດຖະກິດ ທີ່ນ້ອຍກວ່າ ເຊັ່ນ ບຸກຄົນ ແລະ ບໍລິສັດ ເຊິ່ງຈະແຕກຕ່າງກັບ ເສດຖະສາດມະຫາພາກ ທີ່ສຶກສາ ກ່ຽວກັບ ພາບລວມທີ່ໃຫຍ່ກວ່າ ຂອງ ເສດຖະກິດ ເຊັ່ນ ໄພຫວ່າງງານ, ໄພເງິນເຟີ້, ນະໂຍບາຍເງິນ, ນະໂຍບາຍການເງິນແລະອື່ນໆ. ເສດຖະສາດຈຸນລະພາກ ຈະຄົ້ນຄວ້າ ກ່ຽວກັບ ປະຕິກິລະຍາທາງເສດຖະກິດ ໃນ ແຕ່ລະຕະຫຼາດ ຜະລິດຕະພັນ ຫຼື ການບໍລິການໃດໜຶ່ງ ແລະ ເບິ່ງວ່າ ລະດັບ ຄວາມຕ້ອງການ (ເສດຖະສາດ) ແລະ ການສະໜອງ (ເສດຖະສາດ) ຈະມີການປ່ຽນແປງ ແນວໃດ ໃນແຕ່ລະ ລະດັບລາຄາ. ເສດຖະສາດຈຸນລະພາກ ຈະພະຍາຍາມຊອກຫາຄຳຕອບວ່າ ບັນດາໂຕແທນທາງເສດຖະກິດເຫຼົ່ານີ້ ຈະບັນລຸ ຈຸດດຸນຍະພາບທາງເສດຖະກິດໄດ້ຄືແນວໃດ.

ຕະຫຼາດ

ຄວາມອາສາມາດຜະລິດ, ຕົ້ນທຶນໂອກາດ

  • ບົດຄວາມຫຼັກ ຢູ່ ຄວາມອາດສາມາດຜະລິດ,ທິດສະດີການຜະລິດ

ໃນ ເສດຖະສາດຈຸນລະພາກ, ການຜະລິດ ແມ່ນການປ່ຽນແປງ ປັດໃຈເຂົ້າ ໃຫ້ເປັນ ຜົນອອກ ຫຼື ເວົ້າອີກແບບໜຶ່ງ ແມ່ນ ຂະບວນການທາງເສດຖະກິດ ທີ່ ໃຊ້ ຊັບພະຍາກອນ ເພື່ອສ້າງ ຜະລິດຕະພັນ ທີ່ຈະສາມາດ ຊື້ຂາຍ ຫຼື ແລກປ່ຽນໄດ້. ອັນນີ້ ຈະລວມ ທັງ ການປຸງແຕ່ງ ຫຼື ການແປຮູບ, ການເກັບຮັກສາ, ການຫຸ້ມຫໍ່, ແລະ ການຂົນສົ່ງ. ບາງນັກເສດຖະສາດ ນິຍາມ ຄຳວ່າການຜະລິດ ແບບກວ້າງໆ ວ່າ ແມ່ນທຸກໆກິດຈະກຳທາງເສດຖະກິດ ນອກຈາກ ການຊົມໃຊ້.

ປັດໃຈການຜະລິດ

ແມ່ນ ປັດໃຈເຂົ້າ ຫຼື ຊັບພະຍາກອນ ທີ່ຖືກໃຊ້ ໃນຂະບວນການການຜະລິດ ແລະ ໂດຍທົ່ວໄປ ຈະສາມາດຈັດແບ່ງອອກໄດ້ ເປັນ 4 ຈຳພວກ ເຊັ່ນ:

ປະສິດທິພາບທາງເສດຖະກິດ

  • ບົດຄວາມຫຼັກ ຢູ່ ຄວາມອາດສາມາດຜະລິດ

ປະສິດທິພາບທາງເສດຖະກິດ ປະສິດທິພາບ ຂອງ ລະບົບໃດໜຶ່ງ ໃນການສ້າງຜົນອອກສູງສຸດ ໂດຍ ປັດໃຈເຂົ້າ ແລະ ເຕັກໂນໂລຢີໃດໜຶ່ງ. ຈະສາມາດເວົ້າໃດ້ວ່າ ປະສິດທິພາບສູງຂຶ້ນ ຖ້າຫາກສາມາດ ຜະລິດໄດ້ຫຼາຍກວ່າ ໂດຍ ປັດໃຈເຂົ້າຄືເກົ່າ.

ການແບ່ງງານ, ຜົນໄດ້ຮັບຈາກການຄ້າ

ການແບ່ງງານ ແມ່ນ ແນວຄວາມຄິດຫຼັກໜຶ້່ງ ໃນ ປະສິດທິພາບທາງເສດຖະກິດ ເພາະຖືກັນວ່າ ບຸກຄົນ, ວິສາຫະກິດ ຫຼື ປະເທດໃດໆໜຶ່ງນັ້ນ ຈະມີ ຄວາມໄດ້ປຽບທຽບຖານ ທີ່ບໍ່ຄືກັນ.

ການສະໜອງ ແລະ ຄວາມຕ້ອງການ, ລາຄາ ແລະ ປະລິມານ

ຢູ່ໃນຕະຫຼາດໃດໜຶ່ງ , ຄວາມຕ້ອງການ ແມ່ນ ປະລິມານ ທີ່ ຜູ້ຊົມໃຊ້ຢາກຊື້ ໃນ ລະດັບລາຄາໃດໜຶ່ງ. ຜູ້ຊົມໃຊ້ໃດໜຶ່ງ ຈະພະຍາຍາມ ເລືອກຊົມໃຊ້ ກຸ່ມຜະລິດຕະພັນ ເພື່ອເຮັດແນວໃດ ໃຫ້ໄດ້ ເສດຖະສາດສູງສຸດ ພາຍໃຕ້ ຂໍ້ຈຳກັດ ທາງ ລາຍຮັບ, ລາຄາ, ລົດນິຍົມແລະອື່ນໆ. ການສະໜອງ ແມ່ນ ຄວາມສຳພັນລະຫວ່າງ ລາຄາ ແລະ ປະລິມານການສະໜອງ ຂອງ ຜູ້ຜະລິດ ເພື່ອເຮັດແນວໃດໃຫ້ໄດ້ຜົນກຳໄລສູງສຸດ.

ຄວາມລົ້ມເຫຼວຂອງຕະຫຼາດ

ໝາຍເຖິງ ຫຼາຍບັນຫາ ທີ່ ສົມມຸດຕິຖານຂອງທິດສະດີເສດຖະສາດ ບໍ່ເປັນຈິງ ເຊັ່ນ ວ່າ (1) ລາຄາແມ່ນຕະຫຼາດເປັນຜູ້ກຳໜົດ ເພາະໃນສະພາບທີ່ມີການຜູກຂາດ ຫຼື ເຄິ່ງຜູກນັ້ນ ສ່ວນຫຼາຍແມ່ນຜູ້ຜະລິດຈະເປັນຜູ້ ກຳໜົດລາຄາ, (2) ຜູ້ຊົມໃຊ້ມີຄວາມສະເໝີພາບ ເພາະໃນໂຕຈິງ ຜູ້ຊົມໃຊ້ມີກຳລັງຕໍ່ລອງທີ່ບໍ່ເທົ່າທຽມກັນ, (3) ຕະຫຼາດສົມບູນ (4) ສາທາລະນູປະໂພກ (5) ຜົນກະທົບທາງນອກ (6) ອັດຕາສ່ວນກົງຂອງຜົນໄດ້ຮັບ ແລະ ຂະໜາດ (7) ຄວາມສົມບູນຂອງຂໍ້ມູນ

ວິສາຫະກິດ

ສົມມຸດຕິຖານໜຶ່ງ ຂອງ ຕະຫຼາດແຂ່ງຂັນສົມບູນ ແມ່ນສິ່ງທີ່ວ່າ ຢູ່ຕະຫຼາດມີຜູ້ຜະລິດເປັນຈຳນວນຫຼວງຫຼາຍ ແລະ ບໍ່ມີຜູ້ໃດສາມາດປ່ຽນແປງລາຄາ ແບບອິດສະຫຼະຈາກ ກຳລັງຂອງຕະຫຼາດໄດ້. ໂດຍທົ່ວໄປ ຜູ້ຊົມໃຊ້ ຫຼື ໂຕແທນທາງເສດຖະກິດຢູ່ຕະຫຼາດ ຈະບໍ່ຕິດຕໍ່ົພົວພັນກັນໂດຍກົງຢູ່ຕະຫຼາດ ແຕ່ຈະ ຜະລິດສິນຄ້າທີ່ຈະຖືກແລກປ່ຽນຊື້ຂາຍກັນຢູ່ຕະຫຼາດ ຢູ່ ວິສາຫະກິດ. ໂດຍທົ່ວໄປ ຜູ້ຄົນຮ່ວມກັນທຳການຜະລິດຢູ່ ວິສາຫະກິດ ຍ້ອນວ່າ ຕົ້ນທຶນຈະຕໍ່າລົງ.

ພາກສ່ວນລັດ

ການເງິນລັດຖະບານ ແມ່ນ ຂະແໜງໜຶ່ງໃນເສດຖະສາດ ທີ່ສຶກສາກ່ຽວກັບ ງົບປະມານ, ລາຍຮັບ ແລະ ລາຍຈ່າຍ ຂອງ ອົງກອນລັດ. ສ່ວນຫຼາຍມັນໃຫ້ຄວາມສົນໃຈ ບັນຫາ ການແບກຫາບ ແລະ ໄດ້ຮັບຜົນປະໂຫຍດ ຈາກ ການເກັບສ່ວຍສາອາກອນ, ຕົ້ນທຶນແລະຜົນປະໂຫຍດຂອງໂຄງການລັດຖະບານ ແລະອື່ນໆ.

ເສດຖະສາດມະຫາພາກ

ເສດຖະສາດມະຫາພາກ ສຶກສາ ເສດຖະກິດ ໂດຍລວມ ແບບ ແຕ່ເທິງລົງລຸ່ມ ໂດຍໃຊ້ ຮູບແບບງ່າຍດາຍ ຂອງ ທິດສະດີ ດຸນຍະພາບທົ່ວໄປ. ມັນສຶກສາກ່ຽວກັບ ອັດຕາຫວ່າງງານ, ອັດຕາເງິນເຟີ້ ແລະອື່ນໆ. ນອກຈາກນີ້​ ມັນຍັງສຶກສາກ່ຽວກັບ ຜົນຂອງ ນະໂຍບາຍເງິນຕາ, ນະໂຍບາຍການເງິນແລະອື່ນໆອີກ.

ການຂະຫຍາຍໂຕ

ເສດຖະສາດການຂະຫຍາຍໂຕ ສຶກສາ ປັດໃຈ ທີ່ອະທິບາຍ ການຂະຫຍາຍໂຕທາງເສດຖະກິດ ຫຼື ການເພີ່ມຂຶ້ນ ຂອງ ຜົນອອກຕໍ່ຫົວຄົນ ຂອງ ປະເທດໃດໜຶ່ງ ໃນ ໄລຍະເວລາໃດໜຶ່ງ.

ເສດຖະກິດຕົກຕໍ່າ ແລະ ໄພຫວ່າງງານ

ເກີດຈາກພັດທະນາຊ້າຂອງລະບົບເສດຖະກິດຫລືເສດຖະກິດຂະຫຍາຍຕົວຊ້ານັ້ນເອງ.

ໄພເງິນເຟີ້ ແລະ ນະໂຍບາຍເງິນຕາ

ເງິນ ແມ່ນ ສິ່ງທີ່ໃຊ້ເພື່ອຊຳລະ ຕໍ່ກັບ ສິນຄ້າ ໃນເກືອບທຸກໆ ເສດຖະກິດ. - ເຫດທີ່ພາໃຫ້ເງິນເຟີ້ ມີຫຼາຍປັດໄຈ ຄື ກ. ສິນຄ້າຂາດແຄນ. ຂ. ຄົນບໍ່ນຳເງິນເຂົ້າກັບມາທະນາຄາຄືນ ເມື່ອທະນາຄານປ່ອຍເງິນອອກແລ້ວ. ຄ. ການຄວບຄຸມລະດັບເງິນຂອງລັດບໍໄດ້ປະສິດທິພາບ. ງ. ລະດັບການເກັບພາສີ ກໍເປັນຕົວເລັ່ງເຮັດໃຫ້ເງິນເຟີ້. ຈ. ຈິດຕະວິທະຍາທາງການເງິນບໍ່ສ້າງຄວາມໝັ້ນໃຈ ຕໍ່ສະກຸນເງິນ. ຍ. ລັດທະບານປະກາດລົດອັດຕາເງິນລົງ. ຈ. ການກູ້ຢືມເງິນນອກລະບົບຈາກຕ່າງປະເທດ ໂດຍບໍ່ຜ່ານລົດຖະບານ ກໍເປັນເຫດ ໃຫ້ເງິນ ເຂົ້າມາໃນປະເທດໂດຍທີ່ກຳນົດປະລິມານເງິນໃນທ້ອງຕະຫຼາດບໍ່ໄດ້. ສ. ການໃຊ້ເງິນລົງທຶນຈາກຕ່າງໂດຍບໍ່ມີປະສິດທິພາບ ກໍເປັນເຫດໃຫ້ເງິນຮົ່ວໄຫຼ ກາຍເປັນການຊຸກຍູ້ໃຫ້ເງິນເຟີ້ໄດ້. ຊ. ການນຳເງິນອອກນອກປະເທດ ໂດຍບໍ່ຜ່ານລະບົບ ກໍເປັນເຫດໃຫ້ເງິນເຟີ້ໄດ້, (ເຊັ່ນການນຳເງິນສົດອອກໄປຊື້ຂອງນອກປະເທດ)

- ອະທິບາຍແຕ່ ຂໍ້ ຂ. ຄື ຄົນບໍ່ນຳເງິນເຂົ້າກັບມາທະນາຄາຄືນ ເມື່ອທະນາຄານປ່ອຍເງິນອອກແລ້ວ. ໝາຍຄວາມວ່າ ເມື່ອລັດຖະບານຈໍລະຈອນເງິນອອກສູ່ຕະຫຼາດແລ້ວ ຄົນກັກເງິນໄວ້ໃນຄົວເຮືອນ ໂດຍບໍ່ກັບໄປຝາກທະນາຄານຄືນ ເມື່ອເຖິງເທດສະການ ຄົນເອົາເງິນອອກມາກຈາກຄົວເຮືອນ ມາຈ່າຍໃນທ້ອງຕະຫຼາດ ເຮັດໃຫ້ປະລິມານເງິນ ຫຼາຍ ໃນທ້ອງຕະຫຼາດ ເຖິງຕອນນັ້ນ ເມື່ອຄົນມີເງິນຫຼາຍ ຄວາມຕ້ອງການຕໍ່ສິນຄ້າເພິ່ມຂື້ນ ເອກະຊົນ ຫຼືປັດເຈກຊົນ ຕ້ອງການສິ້ນຄ້າ ກໍສາມາດເອົາເງິນທີີ່ຕົນມີໄປແລກປ່ຽນສິນຄ້ານັ້ນໆ ຕາມຄວາມພໍໃຈຂອງຕົນ ເຮັດໃຫ້ປະລິມານເງິນ ບໍ່ດູນຍະພາບກັບປະລິມານສິຄ້າ ລັກສະນະນີກໍເປັນຕົ້ນເຫດຂອງເງິນເຟີ້ (ວຽກງານນີ້ ປະຊາຊົນຊ່ວຍປະເທດຊາດໄດ້ ໂດຍການເອົາເງິນເຂົາທະນາຄານ-ສ່ວນທະນາຄານເອງ ກໍຕ້ອງບໍລິການລົງໃກ້ຊິດກັບປະ ຊາຊົນ ແລະສ້າງຄວາມໝັ້ນໃຈກັບລະບົບທະນາຄານ ໂດຍເອົາດອກເບັ້ຍ ເປັນຕົວປະກັນ)

- ແລະຂໍ້ ງ. ລະດັບການເກັບພາສີ ກໍເປັນຕົວເລັ່ງເຮັດໃຫ້ເງິນເຟີ້. (ເອົາສະເພາະ ພາສີນຳເຂົ້າສິນຄ້າ ຫາກສິນຄ້າຕົວໃດ ມີລາຄາແພງ ແຕ່ຄົນຕ້ອງການຫຼາຍ, ກໍເຊັ່ນດຽວກັບ ຂໍ້ ຂ. ຄົນມີເງິນກໍພໍໃຈຊື້ສິນຄ້ານັ້ນ ໃນລາຄາທີ່ເຂົາຮຍກຂາຍ ເປັນເຫດໃຫ້ເງິນເຟິ້ໄດ້)

- ມາດຕະການຄວບຄຸມເງີນເຟີ້ ໂດຍທົ່ວໄປມາດຕະການທີ່ດີທີ່ສຸດ ແລະມັກນິຍົມໃຊ້ແຜ່ຫຼາຍທີ່ສຸດໂດຍລັດຖະບານຂອງແຕ່ລະປະເທດແມ່ນການຄວບຄຸມອັດຕາດອກເບັ້ຍນະໂຍບາຍໂດຍທະນາຄານກາງເປັນຜູ້ຄວບຄຸມ ຕົວຢ່າງ: ການປັບຂຶ້ນອັດຕາ ດອກເບັ້ຍເພື່ອຄວບຄຸມບໍ່ໃຫ້ມີເງີນສົດອອກໄປຈໍລະຈອນໃນຕະລາດຫຼາຍເກີນຄວາມຕ້ອງການ.

ການເງິນສາກົນ

ປະຫວັດສາດ ທິດສະດີເສດຖະສາດ

ທິດສະດີອື່ນໆ

ເສດຖະສາດ ໃນ ໂຕຈິງ

ເຄື່ອງມືຂອງນັກເສດຖະສາດ

ເສດຖະຄະນິດສາດ ທີ່ລວມເຖິງ ຈຸນລະຄະນິດ, ພຶດຊະຄະນິດເສັ້ນຊື່, ສະຖິຕິສາດ, ທິດສະດີເກມ, ແລະ ວິທະຍາສາດຄອມພິວເຕີ. ນັກເສດຖະສາດອາຊີບ ສ່ວນຫຼາຍ ຈະມີຄວາມຊຳນານ ໃນ ການໃຊ້ບັນດາເຄື່ອງມື້ເຫຼົ່ານີ້ ແຕ່ກໍ່ມີ ສາຂາເສດຖະສາດ ເຊັ່ນ ປະຫວັດສາດເສດຖະກິດ ທີ່ຈະບໍ່ໃຊ້ຄະນິດສາດຫຼາຍປານໃດ.

ທິດສະດີ

ທິດສະດີຂອງທ່ານ

ທິດສະດີເກມ

ການວິພາກວິຈາກຕໍ່ເສດຖະສາດ

ການວິພາກວິຈາກຕໍ່ສົມມຸດຕິຖານ

ອ້າງອີງ

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.
ການຄາດຫວັງແບບດັດສົມ

ໃນ ເສດຖະສາດ, ການຄາດຫວັງແບບດັດສົມ ໝາຍເຖິງ ການທີ່ຜູ້ຄົນທຳການຄາດຄະເນ ສິ່ງທີ່ຈະເກີດຂຶ້ນໃນອານາຄົດ ໂດຍ ສິ່ງທີ່ເກີດຂຶ້ນໃນອາດີດ. ຕົວຢ່າງ, ຖ້າ ອັດຕາເງິນເຟີ້ສູງກ່ວາທີ່ໄດ້ຄາດໄວ້ ໃນ ອາດີດ, ຜູ້ຄົນກໍ່ຈະດັດປ່ຽນ ການຄາດຫວັງ ຂອງ ຕົນໃນອານາຄົດ.

ທິດສະດີການຄາດຫວັງແບບດັດສົມ ສາມາດສະແດງເປັນສົມຜົນ ດັ່ງລຸ່ມນີ້, ໂດຍທີ່

p

e

{\displaystyle p^{e}}

ອັດຕາເງິນເຟີ້ປີໜ້າ ທີ່ ພວມຖືກຄາດຫວັງໄວ້ໃນປີນີ້;

p

1

e

{\displaystyle p_{-1}^{e}}

ແມ່ນ ອັດຕາເງິນເຟີ້ປີນີ້ ທີ່ ຖືກຄາດຫວັງໄວ້ໃນປີກາຍ; ແລະ

p

{\displaystyle p}

ແມ່ນ ອັດຕາເງິນເຟີ້ຕົວຈິງ ໃນປີນີ້ (ໃນນີ້

λ

{\displaystyle \lambda }

ຈະມີຄ່າ ແຕ່ 0 ຫາ 1):

p

e

=

p

1

e

+

λ

(

p

p

1

e

)

{\displaystyle p^{e}=p_{-1}^{e}+\lambda (p-p_{-1}^{e})}

ຫຼື

p

e

=

p

n

e

(

1

λ

)

n

+

(

λ

)

j

=

0

n

(

1

λ

)

j

p

j

{\displaystyle p^{e}=p_{-n}^{e}(1-\lambda )^{n}+(\lambda )\sum _{j=0}^{n}(1-\lambda )^{j}p_{-j}}

ທີ່ ແມ່ນ ການຄິດໄລ່ ອັດຕາເງິນເຟີ້ຄາດຫວັງໃນປີນີ້​ ໂດຍ ອັດຕາເງິນເຟີ້ຄາດຫວັງ ໃນ ປີທີ່ n ທີ່ຜ່ານມາ ແລະ ອັດຕາເງິນເຟີ້ຕົວຈິງ ໃນ ທຸກໆປີຕັ້ງແຕ່ປີ n.ຊິເຫັນໄດ້ແຈ້ງວ່າ ການຄາດຫວັງແບບດັດສົມນີ້ ໃນຕົວຈິງແລ້ວ ໝາຍເຖິງການຄາດຫວັງດັດສົມແບບຢ້ອນຫຼັງ ທີ່ ຄຳນຶງສະເພາະສິ່ງທີ່ເກີດຂຶ້ນໃນອາດີດ. ອັນນີ້​ສົ່ງຜົນໃຫ້ ນັກເສດຖະສາດ ເຊັ່ນ ທ່ານ ຈອນ ມຸດທ໌ (John Muth) ພະຍາຍາມຊອກຫາວິທີທາງໃນການ ຄິດໄລ່ການຄາດຄະເນໃໝ່ ເຊັ່ນ ການຄາດຫວັງປົກກະຕິ.

ການສະໜອງ ແລະ ຄວາມຕ້ອງການ

ແບບຈຳລອງ ການສະໜອງ ແລະ ຄວາມຕ້ອງການອະທິບາຍປະຕິກິລິຍາລະຫວ່າງ ຜູ້ຜະລິດ ແລະ ຜູ້ຊົມໃຊ້ທີ່ກ່ຽວຂ້ອງກັບ ລາຄາ ແລະ ຍອດຂາຍ ຂອງ ສິນຄ້າໃດໜຶ່ງ ໃນ ຕະຫຼາດ. ມັນແມ່ນ ແບບຈຳລອງພື້ນຖານ ໃນ ເສດຖະສາດມະຫາພາກ, ແລະ ຖືກນຳໃຊ້ເພື່ອອະທິບາຍ ຫຼາຍໆສົມມຸດຕິຖານ ໃນ ເສດຖະສາດມະຫາພາກ. ທິດສະດີດັ່ງກ່າວ ຄິດຄົ້ນຂຶ້ນໂດຍ Antoine Augustin Cournot, ແລະ ເຜີຍແຜ່ໃຫ້ເປັນທີ່ຮູ້ຈັກທົ່ວໄປ ໂດຍ Alfred Marshall.

ກຳລັງຊື້ທຽບຖານ

ກຳລັງຊື້ທຽບຖານ (PPP) ແມ່ນ ທິດສະດີ ທີ່ ພັດທະນາຂຶ້ນ ໂດຍ ກຸສຕາບ ກາເຊລ(Gustav Cassel) ໃນ ປີ 1920. ມັນແມ່ນ ວິທີການ ສົມທຽບກຳລັງຊື້ ຂອງ 2 ສະກຸນເງິນ ຕາມ ອັດຕາແລກປ່ຽນ ໄລຍະຍາວ. ວິທີການດັ່ງກ່າວ ຖືືເອົາ ຫຼັກເກນລາຄາດຽວ ທີ່ວ່າ ສິນຄ້າດຽວກັນ ໃນ ຕະຫຼາດທີ່ມີປະສິດທິພາບ ຈະຕ້ອງມີລາຄາເທົ່າກັນ ເປັນພື້ນຖານ.

ຄວາມຈຳກັດ

ໃນ ເສດຖະສາດ, ຄວາມຈຳກັດ(scarcity) ໝາຍຄວາມເຖິສະພາວະທີ່ຊັບພະຍາກອນມີຈຳກັດ ທີ່ ສັງຄົມບໍ່ມີຊັບພະຍາກອນ ເພື່ອຈະການຜະລິດຕອບສະໜອງ ທຸກໆຄວາມຕ້ອງການໄດ້. ສະນັ້ນ ການສະໜອງທຸກໆຄວາມຕ້ອງ ໃນ ເວລາໃດໜຶ່ງ ແມ່ນສິ່ງທີ່ບໍ່ສາມາດເຮັດໄດ້ ເຮັດໃຫ້ຈຳເປັນ ຕ້ອງມີ ການແລກປ່ຽນ.

ຄວາມຍືດຍຸ່ນ

ໃນ ເສດຖະສາດ, ຄວາມຍືດຍຸ່ນ(elasticity) ແມ່ນ ອັດຕາການປ່ຽນແປງຕົວປ່ຽນໃດໜຶ່ງ ສົມທຽບ ຕົວປ່ຽນອື່ນ. ໂດຍທົ່ວໄປ ຄວາມຍືດຍຸ່ນ ແມ່ນ ຈຳນວນລົບ ແຕ່ຈະສະແດງ ເປັນຈຳນວນບວກ.

ຄວາມລົ້ມເຫຼວຂອງຕະຫຼາດ

ຄວາມລົ້ມເຫຼວຂອງຕະຫຼາດ (Market failure) ໝາຍເຖິງ ປະກົດການທີ່ ກົນໄກເສດຖະກິດ ບໍ່ສາມາດບັນລຸ "ປະສິດທິພາບ"ທາງເສດຖະກິດ ຫຼື ປະສິດທິພາບປາເຣໂຕ(Pareto efficiency)ໄດ້. ຖ້າອີງຕາມນິຍາມຄືດັ່ງກ່າວ ການເກີດມີ ໄພຫວ່າງງານ, ຄວາມທຸກຍາກ, ບັນຫາສັງຄົມ ແລະ ຄວາມແຕກຕ່າງໃນສັງຄົມ ແມ່ນ ປະກົດການທີ່ ຄວາມສະເໝີພາບ ບໍ່ສາມາດຖືກບັນລຸ ເຊິ່ງ ຈະແຕກຕ່າງກັບ ຄວາມລົ້ມເຫຼວຂອງຕະຫຼາດ.

ການທີ່ວ່າ ປະສິດທິພາບປາເຣໂຕ ສາມາດຖືກບັນລຸໄດ້ ຈາກ ດຸນຍະພາບ ຂອງ ຄວາມຕ້ອງການ ແລະ ການສະໜອງ ແລະ ເຮັດໃຫ້ມີສະຖຽນລະພາບ ໃນ ການຂະຫຍາຍໂຕທາງດ້ານເສດຖະກິດ ແມ່ນ ສິ່ງທີ່ ຫຼາຍໆ ນັກເສດຖະສາດສະໜັບສະໜູນ. ແຕ່ ໃນສະພາບຕ່າງ ທີ່ ເງື່ອນໄຂລ່ວງໜ້າຂອງມັນພັງທະລາຍ ດັ່ງຕໍ່ໄປນີ້ ກົນໄກເສດຖະກິດ ອາດຈະນຳໄປສູ່ ການບໍ່ມີປະສິດທິພາບທາງເສດຖະກິດ.

ເສດຖະກິດຕົກຕໍ່າ

ການທຳລາຍສະພາບແວດລ້ອມ

ການເລືອກເຟັ້ນປີ້ນ

ການຜູກຂາດ,ການຜູກຂາດທຳມະຊາດ

ປັດໃຈພາຍນອກ

ຜະລິດຕະພັນສາທາລະນະ

ຄວາມບໍ່ເຄິ່ງຄືທາງຂໍ້ມູນໂດຍທົ່ວໄປ ເມື່ອເກີດມີການລົ້ມເຫຼວຂອງຕະຫຼາດ ເປັນທີ່ເຂົ້າໃຈກັນວ່າ ລັດຖະບານອາດຈະຕ້ອງ ແຊກແຊງ ກົນໄກຕະຫຼາດ ໃນ ຮູບການໃດໜຶ່ງ.

ຍອດຄວາມຕ້ອງການ

ໃນ ເສດຖະສາດ, ຍອດຄວາມຕ້ອງການແມ່ນ ຄວາມຕ້ອງການລວມ ຕໍ່ ຜະລິດຕະພັນ ແລະ ການບໍລິການ ໃນ ເສຖະກິດໃດໜຶ່ງ (Y) ພາຍໃນ ໄລຍະເວລາໃດໜຶ່ງ. ເສັ້ນໂຄ້ງຍອດຄວາມຕ້ອງການ ແມ່ນ ຜົນບວກ ຂອງ ຄວາມຕ້ອງການໃນແຕ່ລະຂະແໜງ ເສດຖະກິດ. ຍອດຄວາມຕ້ອງ ປະກອບດ້ວຍ 5 ພາກສ່ວນໃຫຍ່ [໑]:

where

ດຸນການຊຳລະ

ດຸນການຊຳລະ (Balance of payments ຫຼື BOP) ຈະວັດແທກກະແສການຊຳລະ ທີ່ໄຫຼ ລະຫວ່າງ ປະເທດໃດໜຶ່ງ ແລະ ປະເທດອື່ນໆທັງໝົດ. ມັນຖືກໃຊ້ເພື່ອສັງລວມ ການຊຳລະທາງເສດຖະກິດ ຂອງ ປະເທດໃດໜຶ່ງ ພາຍໃນໄລຍະເວລາໃດໜື່ງ (ສ່ວນຫຼາຍແມ່ນເປັນສົກປີ). BOP ຈະຖືກຄິດໄລ່ ໂດຍ ຄິດໄລ່ ຈາກ ການສົ່ງອອກ, ການນຳເຂົ້າ ຂອງ ສິນຄ້າ ການບໍລິການ ແລະ ທຶນ, ລວມທັງ ການໂອນຊຳລະ. ມັນຈະຮວມ ທຸກໆ ການຊຳລະ ແລະ ພັນທະ ຕໍ່ ຕ່າງປະເທດ (debit) ຫຼື ທີ່ໄດ້ຮັບ ຈາກ ຕ່າງປະເທດ (credit).

ຕຳລາການຜະລິດ

ໃນທາງ ເສດຖະສາດຈຸນລະພາກ, ຕຳລາການຜະລິດແມ່ນ ຕຳລາຄະນິດສາດ ທີ່ສະແດງເຖິງ ຄວາມສຳພັນລະຫວ່າງ ປັດໃຈການຜະລິດ ທີ່ໄດ້ເອົາເຂົ້າໃນຂະບວນການຜະລິດ ແລະ ຜົນຜະລິດ.

ທະນາຄານກາງ

ທະນາຄານກາງ ແມ່ນ ອົງກອນຮັບຜິດຊອບ ນະໂຍບາຍເງິນຕາ ຂອງ ປະເທດ, ເຂດແຄວ້ນ ຫຼື ຂົງເຂດໃດໜຶ່ງ ເຊັ່ນ ທະນາຄານແຫ່ງ ເຊັ່ນ ທະນາຄານແຫ່ງ ສປປ ລາວ ແມ່ນ ຈະຮັດຜິດຊອບ ນະໂຍບາຍເງິນ ຂອງ ປະເທດລາວ ໃນ ຂະນະທີ່ ທະນາຄານກາງເອີຣົບ ຈະຮັບຜິດຊອບນະໂຍບາຍເງິນຕາ ຂອງ ບັນດາປະເທດ ທີ່ເປັນສະມາຊິກ ຂອງ ສະຫາພາບເອີຣົບ. ໜ້າທີ່ຫຼັກ ຂອງ ທະນາຄານກາງ ແມ່ນ ການຮັບປະກັນສະຖຽນລະພາບ ຂອງ ເງິນຕາແຫ່ງຊາດ ແລະ ປະລິມານເງິນ, ແຕ່ ໜ້າທີ່ວຽກງານອື່ນໆ ເຊັ່ນ ການຄວບຄຸມ ເງິນກູ້ຕາມນະໂຍບາຍ, ອັດຕາດອກເບ້ຍ ກໍ່ຮວມຢູ່ໃນພາລະບົດບາດ ຂອງ ທະນາຄານກາງເຊັ່ນດຽວກັນ. ໂດຍທົ່ວໄປ ທະນາຄານກາງ ຈະຖືກຖືວ່າ ເປັນອົງກອນເອກະລາດຈາກລັດຖະບານ ແລະ ການບໍ່ສາມາດຮັກສາຄວາມເປັນເອກະລາດນີ້ ກໍ່ມັກສົ່ງຜົນເຮັດໃຫ້ ຄວາມໜ້າເຊື່ອຖື ຂອງ ເງິນຕາຂອງປະເທດນັ້ນໆຫຼຸດນ້ອຍລົງ.

ນະໂຍບາຍເງິນຕາ

ນະໂຍບາຍເງິນຕາແມ່ນ ການທີ່ ລັດຖະບານ, ທະນະຄານກາງ ຫຼື ອົງກອນກ່ຽວຂ້ອງອື່ນໆ ທຳການ ດັດປັບ ປະລິມານເງິນ ເພື່ອບັນລຸ ເປົ້າໝາຍໃດໜຶ່ງ— ເຊັ່ນ ຄວບຄຸມ ອັດຕາເງິນເຟີ້, ເຮັດໃຫ້ ອັດຕາແລກປ່ຽນ ມີສະຖຽນລະພາບ, ບັນລຸ ການຈ້າງງານສົມບູນ ຫຼື ການຂະຫຍາຍໂຕທາງດ້ານເສດຖະກິດ. (ໂດຍທົ່ວໄປ ເປົ້າໝາຍ ຂອງ ນະໂຍບາຍເງິນຕາ ແມ່ນ ເພື່ອ ເຮັດໃຫ້ມີການຂະຫຍາຍໂຕທາງດ້ານເສດຖະກິດ ພາຍໃຕ້ ສະພາວະລາຄາ ທີ່ມີສະຖຽນລະພາບ.) ນະໂຍບາຍເງິນຕາ ສາມາດ ປະກອບມີ ທັງ ການດັດປັບ ອັດຕາດອກເບ້ຍ ໃດໜຶ່ງ ໂດຍທາງກົງ ຫຼື ທາງອ້ອມ, ກຳນົດ ອັດຕາ ບັນດາ ການສະສົມບັງຄັບ, ເປັນຜູ້ໃຫ້ກູ້ ລວມທັງ ການຊື້ຂາຍເງິນຕາຕ່າງປະເທດ ໃນ ຕະຫຼາດເງິນຕາຕ່າງປະເທດອີກ.

ນະໂຍບາຍເງິນຕາ ໂດຍທົ່ວໄປ ຈະມີຢູ່ 2 ແບບ ຄື ນະໂຍບາຍເງິນຕາຂະຫຍາຍ, ແລະ ນະໂຍບາຍເງິນຕາຮັດກຸມ. ໃນນີ້ ນະໂຍບາຍເງິນຕາຂະຫຍາຍ ແມ່ນ ການເພີ່ມປະລິມານເງິນ ໃນຕະຫຼາດ ແລະ ນະໂຍບາຍເງິນຕາຮັດກຸມ ແມ່ນ ການຫຼຸດປະລິມານເງິນໃນຕະຫຼາດ. ໃນໄລຍະຜ່ານມາ, ນະໂຍບາຍເງິນຕາຂະຫຍາຍ ແມ່ນຖືກໃຊ້ເພື່ອແກ້ໄຂບັນຫາ ການຫວ່າງງານ ໃນໄລຍະ ເສດຖະກິດຕົກຕໍ່າ ໂດຍການຫຼຸດ ອັດຕາດອກເບ້ຍ, ແລະ ນະໂຍບາຍເງິນຕາຮັດກຸມ ແມ່ນ ຖືກໃຊ້ ເພື່ອ ຍົກ ອັດຕາດອກເບ້ຍ ເພື່ອແກ້ໄຂບັນຫາ ສະພາວະເງິນເຟີ້ (ຫຼື ເຮັດໃຫ້ ສະພາວະຟົດເດືອດຂອງເສດຖະກິດເຢັນລົງ).

ເງິນ

ເງິນ (ພາສາອັງກິດ:money) ຫຼື ແມ່ນ ສິ່ງໃດກໍ່ຕ່າງ ທີ່ ຖືກຍອມຮັບໃນການຊຳລະຕໍ່ການສະໜອງ ສິນຄ້າ, ການບໍລິການ. ການນຳໃຊ້ຫຼັກ ຂອງ ເງິນ ລວມມີ ໂຕກາງໃນການແລກປ່ຽນ, ຫົວໜ່ວຍຄຸນຄ່າ, ແລະ ການສະສົມຄຸນຄ່າ.. ເງິນ ລວມເອົາທັງ ເງິນຕາ ທີ່ຈໍລະຈອນໃນ ເສດຖະກິດ, ແລະ ຫຼາຍໆຮູບແບບຂອງ ເງິນຝາກເຊັ່ນ ເງິນຝາກກະແສລາຍວັນ, ເງິນຝາກອອມແລະອື່ນໆ. ໃນ ເສດຖະກິດຍຸກໃໝ່ ເງິນຕາ ແມ່ນ ອົງປະກອບຈຳນວນໜ້ອຍທີ່ສຸດ ຂອງ ປະລິມານເງິນ. ເງິນ ບໍ່ແມ່ນ ຄຸນຄ່າ ທີ່ ແມ່ນ ອົງປະກອບພື້ນຖານ ໃນ ເສດຖະສາດ. ເງິນ ແມ່ນ ເປົ້າໝາຍສຶກສາຫຼັກ ໃນ ເສດຖະສາດ ແລະ ແມ່ນ ສິ່ງເຮັດໃຫ້ ປະສິດທິພາບ ຂອງ ການແລກປ່ຽນ ໃນ ເສດຖະກິດຕະຫຼາດ ສູງຂຶ້ນ. ເງິນ ຖືວ່າ ແມ່ນ ສິ່ງສົ່ງເສີມ ໃຫ້ມີການແລກປ່ຽນຊື້ຂາຍ ແລະ ການແບ່ງງານ ໃນ ເສດຖະກິດ.

ເງິນຕາ

ເງິນຕາແມ່ນ ຊື່ລວມ ຂອງ ເງິນທີ່ໝູນວຽນຢູ່ ໃນປະເທດໃດໜຶ່ງ ເຊິ່ງ ຈະຖືກຮັບຮອງຄຸນຄ່າ ໂດຍ ປະເທດນັ້ນໆ ແລະ ສາມາດໃຊ້ເປັນຫົວໜ່ວຍແລກປ່ຽນໄດ້. ໃນເງິນຕາ ນອກຈາກເງິນສົດແລ້ວ ຍັງມີ ເງິນຝາກໃນທະນາຄານຕ່າງໆ, ບັດສັນຍາໃຊ້ໜີ້ ແລະອື່ນໆອີກ.

ເສດຖະກິດຕົກຕໍ່າ

ເສດຖະກິດຕົກຕໍ່າ (ພາສາອັງກິດ:recession) ໂດຍທົ່ວໄປ ໃນ ເສດຖະສາດມະຫາພາກ ຈະໝາຍເຖິງ ສະພາວະ ທີ່ ອັດຕາຂະຫຍາຍໂຕທາງດ້ານເສດຖະກິດ ຫຼຸດລົງ ຕໍ່ເນື່ອງກັນ ແຕ່ 2 ໄຕມາດ ຂຶ້ນໄປ. ເຖິງຢ່າງໃດກໍ່ຕາມ ອັນນີ້ ບໍ່ແມ່ນນິຍາມ ທີ່ ຖືກຍອມຮັບກັນໂດຍທົ່ວໄປ ແບບແຜ່ຫຼາຍ. ໃນ ພາສາອັງກິດ ຄຳວ່າ recession ຈະຖືກໃຊ້ເພື່ອໝາຍເຖິງ ສະພາວະເສດຖະກິດຕົກຕໍ່າທີ່ຍັງເບົາບາງ, depression ໝາຍເຖິງສະພາວະເສດຖະກິດຕົກຕໍ່າທີ່ຕໍ່ເນື່່ອງ ເປັນໄລຍະກາງ ໃນ ຂະນະທີ່ crisis ຈະໝາຍເຖິງ ວິກິດການທາງດ້ານເສດຖະກິດ ຫຼື ສະພາວະ ທີ່ ເສດຖະກິດຕົກຕໍ່າໜັກໜ່ວງ ເຊັ່ນ ວິກິດການການເງິນ ທີ່ ເກີດຂຶ້ນ ຢູ່ ອາຊີ ໃນ ທ້າຍສັດຕະວັດທີ 20​ ເຊິ່ງເວົ້າກັນວ່າ ມີ ການປ່ຽນລະບົບອັດຕາແລກປ່ຽນ ຂອງ ເງິນບາດ ຢູ່ ປະເທດໄທ ຈາກ ລະບົບອັດຕາແລກປ່ຽນເງິນຕາເຄິ່ງຄົງທີ່ ໄປຫາ ລະບົບອັດຕາແລກປ່ຽນເງິນຕາລອຍໂຕ ເປັນສາຍເຫດຫຼັກອັນໜຶ່ງ.

ເສດຖະສາດຈຸນລະພາກ

ເສດຖະສາດຈຸນລະພາກ (ຄຳເຄົ້າ: ເສຣສຖສາສຕຣ໌ຈຸລພາຄ, ຕາມຄຳສັບ ໝາຍເຖິງ ເສດຖະສາດທີ່ນ້ອຍໆ) ແມ່ນ ວິທະຍາສາດສັງຄົມ ທີ່ ກ່ຽວພັນ ກັບ ການສຶກສາ ການແບ່ງປັນທາງດ້ານເສດຖະກິດ ຂອງ ຜົນຜະລິດ ແລະ ລາຍໄດ້ ລະຫວ່າງບຸກຄົນ, ວິສາຫະກິດ ແລະ ຂະແໜງອຸດສາຫະກຳ. ມັນຖືເອົາ ບຸກຄົນ ເປັນທັງ ຜູ້ ສະໜອງ ແຮງງານ, ທຶນ ແລະ ຜູ້ຊົມໃຊ້ໃນຂັ້ນສຸດທ້າຍ ຂອງ ຜະລິດຕະພັນສຳເລັດຮູບ. ມັນວິເຄາະ ວິສາຫະກິດ ໃນນາມ ເປັນຜູ້ສະໜອງ ຜະລິດຕະພັນ ແລະ ຜູ້ຊົມໃຊ້ ແຮງງານ ແລະ ທຶນ. ມັນແມ່ນ ການສຶກສາ ກ່ຽວກັບການປະພຶດ ຂອງ ບຸກຄົນ ແລະ ວິສາຫະກິດ ທີ່ ນຳໃຊ້ ຊັບພະຍາກອນທີ່ບໍ່ພຽງພໍນີ້. ຄວາມບໍ່ພຽງພໍ ໝາຍເຖິງ ສະພາບທີ່ ບໍ່ມີຜູ້ໃດຜູ້ໜຶ່ງ ໃນພວກເຮົາ ຫຼື ວິສາຫະກິດ ທີ່ຈະສາມາດ ເປັນເຈົ້າຂອງທຸກສິ່ງທຸກຢ່າງ ເຊັ່ນ ດິນ, ທຶນ, ແຮງງານ ແລະອື່ນໆ ທັງໝົດໄດ້.

ບັນດາແນວຄວາມຄິດຕົ້ນຕໍໃນເສດຖະສາດຈຸນລະພາກ

ຜົນປະໂຫຍດ (utility)

ຕຳລາຜົນປະໂຫຍດ (utility function)

ຄວາມຕ້ອງການ (demand)ບັນດາບັນຫາຕົ້ນຕໍໃນເສດຖະສາດຈຸນລະພາກ

ບັນຫາການເຮັດໃຫ້ເກີດຜົນປະໂຫຍດສູງສຸດ (utility maximization problem)

ບັນຫາການຈຳກັດລາຍຈ່າຍໃຫ້ຕໍ່າສຸດ (expenditure minimization problem)

ເສດຖະສາດມະຫາພາກ

ເສດຖະສາດມະຫາພາກ (ຄຳເຄົ້າ: ເສຣສຖສາສຕຣ໌ມຫພາຄ) ແມ່ນ ຂະແໜງໜຶ່ງໃນ ເສດຖະສາດ ທີ່ ສຶກສາກ່ຽວກັບ ການເຄື່ອນໄຫວແບບສັງລວມ ເຊັ່ນ ການສັງລວມການຕັດສິນໃຈ ທາງດ້ານເສດຖະກິດ ຂອງ ບຸກຄົນ. ສິ່ງດັ່ງກ່າວ ແມ່ນ ການຈຳແນກ ເສດຖະສາດມະຫາພາກ ກັບ ເສດຖະສາດຈຸນລະພາກ ທີ່ສຶກສາ ກ່ຽວກັບ ການເຄື່ອນໄຫວທາງດ້ານເສດຖະກິດ ຂອງ ຜູ້ຊົມໃຊ້ລາຍບຸກຄົນ, ວິສາຫະກິດ ແລະ ຂະແໜງອຸດສາຫະກຳ.

ເສດຖະສາດມະຫາພາກ ສາມາດຖືກນຳໃຊ້ ວິເຄາະວ່າ ຈະສາມາດບັນລຸເປົ້າໝາຍ ທາງນະໂຍບາຍ ຂອງ ລັດຖະບານ ເຊັ່ນ ການຂະຫຍາຍຕົວຂອງເສດຖະກິດ, ສະຖຽນລະພາບຂອງລາຄາ, ການຈ້າງງານແບບສົມບູນ ແລະ ການບັນລຸຄວາມສົມດຸນ ຂອງ ດຸນການຊຳລະ ຄືແນວໃດ.

ເສດຖະສາດສະຫວັດດີການ

ເສດຖະສາດສະຫວັດດີການແມ່ນ ຂະແໜງໜຶ່ງ ຂອງ ເສດຖະສາດ ທີ່ນຳໃຊ້ວິທີການທາງເສດຖະສາດຈຸນລະພາກ ເພື່ອທຳການກຳນົດ (1) ປະສິດທິພາບຶຂອງການຈັດແບ່ງຊັບພະຍາກອນ ໃນ ເສດຖະກິດມະຫາພາກ ແລະ (2)ການແຈກຢາຍ ລາຍຮັບ. ມັນຊິພະຍາຍາມພິຈາລະນາ ການເຄື່ອນໄຫວທາງດ້ານເສດຖະກິດ ຂອງ ບຸກຄົນ ທີ່ ເປັນອົງປະກອບຂອງສັງຄົມ ເພື່ອ ເຮັດໃຫ້ລະດັບສະຫວັດດີການສັງຄົມ ສູງທີ່ສຸດ.

ສະນັ້ນ ເສດຖະສາດສະຫວັດດີການຈະປະກອບດ້ວຍ 2​ ດ້ານເຄື : ປະສິດທິພາບທາງດ້ານເສດຖະກິດ ແລະ ການແຈກຢາຍລາຍຮັບ.

ແບບຈຳລອງ IS/LM

ແບບຈຳລອງ IS-LM ແມ່ນ ແບບຈຳລອງທາງດ້ານເສດຖະກິດ ທີ່ ທຳການວິເຄາະດຸນຍະພາບ ຂອງ ຕະຫຼາດຜະລິດຕະພັນ ແລະ ຕະຫຼາດການເງິນ ໂດຍ ອີງໃສ່ ລາຍໄດ້ແຫ່ງຊາດ ແລະ ອັດຕາດອກເບ້ຍ ເປັນຕົວປ່ຽນ. ແມ່ນ ການວິເຄາະ ທີ່ ຈອນ ຣິຊາດ ຮິກສ໌ (John Richard Hicks) ສະເໜີຂຶ້ນ ໂດຍ ເປັນການສະແດງທິດສະດີ ຂອງ ເຄນສ໌ ໃຫ້ເປັນຮູບສະແດງ.

ໂຄງສ້າງຕະຫຼາດ

ໃນ ເສດຖະສາດ, ໂຄງສ້າງຕະຫຼາດ (ຫຼື ຮູບແບບຕະຫຼາດ) ໝາຍເຖິງ ສະພາວະຂອງຕະຫຼາດ ແລະ ການແຂ່ງຂັນໃນມັນ.

ຮູບແບບຕະຫຼາດຫຼັກໆມີ:

ແຂ່ງຂັນສົມບູນ ທີ່ມີວິສາຫະກິດເປັນຈຳນວນຫຼວງຫຼາຍ ເຊິ່ງຜະລິດສິນຄ້າລັກສະນະດຽວກັນ ຢູ່ ຕະຫຼາດ.

ແຂ່ງຂັນຜູກຂາດ ທີ່ວິສາຫະກິດສ່ວນຫຼາຍ ກວມເອົາແຕ່ອັດຕາສ່ວນນ້ອຍໜຶ່ງ ຂອງ ຕະຫຼາດ.

ເຄິ່ງຜູກຂາດ ທີ່ວິສາຫະກິດຈຳນວນໜ້ອຍ ກວມເອົາແຕ່ 40% ຂອງຕະຫຼາດຂຶ້ນໄປ.

ຕະຫຼາດຜູ້ຊື້ ທີ່ມີຜູ້ຂາຍຫຼາຍ ແລະ ຜູ້ຊື້ໜ້ອຍ.

ຜູກຂາດ ທີ່ມີແຕ່ຜູ້ສະໜອງ ຜະລິດຕະພັນ ຫຼື ການບໍລິການໃດໜຶ່ງແຕ່ຜູ້ດຽວ.

ຜູກຂາດທຳມະຊາດ ທີ່ ເກີດມີການຜູກຂາດ ຍ້ອນການທີ່ຜະລິດຕະພາບ ສູງຂຶ້ນແບບອັດຕາສ່ວນກົງກັບ ຂະໜາດຂອງວິສາຫະກິດ.

ຜູ້ຊື້ຜູ້ຂາດ ທີ່ມີແຕ່ຜູ້ຊື້ ຜະລິດຕະພັນ ຫຼື ບໍລິການໃດໜຶ່ງແຕ່ພຽງຜູ້ດຽວ.

ເປັນພາສາອື່ນໆ

This page is based on a Wikipedia article written by authors (here).
Text is available under the CC BY-SA 3.0 license; additional terms may apply.
Images, videos and audio are available under their respective licenses.