ສະຫະປະຊາຊາດ

ສະຫະປະຊາຊາດ (ຄຳເຄົ້າ: ສຫປຊາຊາຕ[໒], ອັງກິດ: United Nations; ໂຕຫຍໍ້: UN) ແມ່ນອົງການຫວ່າງປະເທດອັນມີຄວາມມຸ່ງໝາຍທີ່ກ່າວໄວ້ເພື່ອໃຫ້ຄວາມສະດວກແກ່ຄວາມຮ່ວມມືໃນກົດໝາຍຫວ່າງປະເທດ ຄວາມໝັ້ນຄົງຫວ່າງປະເທດ ການພັດທະນາການເງິນ ຂະບວນການທາງບ້ານເມືອງ ສິດທິຜູ້ຄົນ ແລະການບັນລຸສັນຕິພາບໂລກ. ສະຫະປະຊາຊາດກໍ່ຕັ້ງຂຶ້ນໃນວັນທີ 24 ຕຸລາ ປີ ຄ.ສ. 1945 ຫຼັງສົງຄາມໂລກຄັ້ງທີສອງ ເພື່ອແທນທີ່ສັນນິບາດຊາດ ເພື່ອຢຸດສົງຄາມຫວ່າງປະເທດ ເພື່ອເປັນເວທີສຳລັບການເວົ້າຈາ. ສະຫະປະຊາຊາດມີອົງກອນຈຳນວນຫຼາຍເພື່ອນຳພາລະກິດໄປປະຕິບັດ.

ທຸງຊາດ5ສະຫະປະຊາຊາດ ເຄື່ອງໝາຍຂອງສະຫະປະຊາຊາດ
ແຜນທີ່ສະແດງລັດສະມາຊິກສະຫະປະຊາຊາດ ປະເທດທີ່ອົງການສະຫະປະຊາຊາດຮັບຮອງວ່າມີເອກະລາດ ໂດຍບໍ່ຄຳນຶງເຖິງມຸມມອງຂອງລັດສະມາຊິກອື່ນ ຫຼືຕໍ່ສະຖານະພາບທາງກົດໝາຍຂອງປະເທດໃດໆ[໑]
ແຜນທີ່ສະແດງລັດສະມາຊິກສະຫະປະຊາຊາດ
ປະເທດທີ່ອົງການສະຫະປະຊາຊາດຮັບຮອງວ່າມີເອກະລາດ ໂດຍບໍ່ຄຳນຶງເຖິງມຸມມອງຂອງລັດສະມາຊິກອື່ນ ຫຼືຕໍ່ສະຖານະພາບທາງກົດໝາຍຂອງປະເທດໃດໆ[໑]
ສຳນັກງານໃຫຍ່ເຂດນາໆຊາດຕັ້ງຢູ່ໃນແມນຮັດຕັນ ນະຄອນນິວຢອກ ລັດນິວຢອກ ສະຫະລັດອາເມຣິກາ
ພາສາທາງການ ພາສາອາຫຼັບ ພາສາຈີນກາງ ພາສາອັງກິດ ພາສາຝຣັ່ງ ພາສາລັດເຊຍ และພາສາແອັສປາຍ
ລັດສະມາຊິກ 193 ປະເທດ
ຜູ້ນຳ
 -  ເລຂາທິການສະຫະປະຊາຊາດ ອັນໂຕນີໂອ ກູເຕເຣສ
ການກໍ່ຕັ້ງ
 -  ກົດບັດສະຫະປະຊາຊາດ 26 ມິຖຸນາ ຄ.ສ 1945 
 -  ການບັງຄັບໃຊ້ກົດບັດ 24 ຕຸລາ ຄ.ສ 1945 

ອ້າງອີງ

  1. "The World Today" (PDF). ສືບຄົ້ນເມື່ອ 2009-06-18. "The designations employed and the presentation of material on this map do not imply the expression of any opinion whatsoever on the part of the Secretariat of the United Nations concerning the legal status of any country"
  2. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.
ການທ່ອງທ່ຽວ

ການທ່ອງທ່ຽວ (ອັງກິດ: tourism, ຝະລັ່ງ: tourisme) ໝາຍເຖິງການເດີນທາງເພື່ອພັກຜ່ອນຢ່ອນໃຈຫຼືເພື່ອຄວາມມ່ວນຊື່ນຕື່ນເຕັ້ນຫຼືເພື່ອຫາຄວາມຮູ້. ອົງການການທ່ອງທ່ຽວຂອງສະຫະປະຊາຊາດ (ອັງກິດ: World Tourism Organization) ກຳໜົດໄວ້ວ່າ ການທ່ອງທ່ຽວໝາຍເຖິງການເດີນທາງ ໂດຍໄລຍະທາງຫຼາຍກວ່າ 80 ກິໂລແມັດຈາກເຮືອນ ເພື່ອຈຸດປະສົງໃນການພັກຜ່ອນຢ່ອນໃຈ.

ຄ.ສ. 2006

ຄິດສັກກະຫຼາດ 2006 ກົງກັບປີພຸດສັກກະຫຼາດ 2549 ແມ່ນປີປົກກະຕິສຸລະທິນທີ່ວັນທຳອິດເປັນວັດອາທິດຕາມປະຕິທິນເກຣກໍຣຽນ

ຄ.ສ. 2009

2009 ກົງກັບປີ ພຸດທະສັງກາດ (ພ.ສ.) 2551 - 2552 ຕາມປະຕິທິນລາວ ແມ່ນປີອະທິກກະສຸລະທິນ ທີ່ວັນທຳອິດແມ່ນວັນພະຫັດ ຕາມປະຕິທິນເກຣກໍຣຽນ ແລະ ເປັນ ປີສະລຸ ສຳລິດສົກ ຈຸນລະສັງກາດ 1371 (ວັນທີ່ 16 ເມສາ ແມ່ນວັນບຸນປີໃໝ່) ປີ 2008 ຢູ່ໃນຄຣິດສັດຕະວັດທີ່ 21

ດັດສະນີການພັດທະນາມະນຸດ

ດັດຊະນີການພັດທະນາມະນຸດ (ອັງກິດ: Human Development Index: HDI) ເປັນດັດຊະນີການວັດແທກ ແລະ ປຽບທຽບຄວາມທຸກຍາກ ຄວາມຮູ້ໜັງສື ການສຶກສາ ອາຍຸໄຂ ການເກີດລູກ ແລະ ປັດໄຈ ອື່ນໆ ທົ່ວໂລກ ເປັນວິທີການວັດແທກຄວາມຢູ່ດີກິນດີຕາມມາດຕະຖານ ໂດຍສະເພາະຢ່າງຍິ່ງໃນເດັກນ້ອຍ ແລະ ເຍົາວະຊົນ ຫຼາຍຄົນໃຊ້ດັດຊະນີການພັດທະນາມະນຸດ ຂອງ ສະຫະປະຊາຊາດ ນີ້ໃນການລະບຸ ວ່າປະເທດໃດປະເທດໜຶ່ງຈັດຢູ່ໃນກຸ່ມປະເທດທີ່ພັດທະນາແລ້ວ ປະເທດທີ່ກຳລັງພັດທະນາ ຫຼື ປະເທດທີ່ພັດທະນາໜ້ອຍທີ່ສຸດ ດັດຊະນີດັ່ງກ່າວໄດ້ພັດທະນາຂື້ນມາໃນປີ ຄ.ສ 1990 ໂດຍນັກເສດຖະສາດຄົນປາກີສະຖານ ຊື່ ອາຮຸບັບ ອຸນ ຮາກ ແລະ ອົງການສະຫະປະຊາຊາດໄດ້ໃນດັດຊະນີດັ່ງກ່າວມາໃຊ້ຕັ້ງແຕ່ປີ ຄ.ສ 1993 ເປັນຕົ້ນມາ,

ດັດຊະນີການພັດທະນາມະນຸດວັດດ້ວຍຄວາມສຳເລັດໂດຍສະເລ່ຍຂອງແຕ່ລະປະເທດໃນການພັດທະນາມະນຸດສາມດ້ານຫຼັກໆ ໄດ້ແກ່:

ການມີຊີວິດທີ່ຍືນຍາວ ແລະ ມີສຸຂະພາບດີ ເຊິ່ງວັດໄດ້ຈາກ ອາຍຸໄຂ

ຄວາມຮູ້ ເຊິ່ງວັດໄດ້ຈາກການຮູ້ໜັງສື (ມີນ້ຳໜັກເປັນສອງໃນສາມສ່ວນ) ແລະ ອັດຕາສ່ວນການເຂົ້າຮຽນສຸດທິທີ່ລວມກັນທັງ ລະດັບ ປະຖົມ ມັດທະຍົມຕົ້ນ ແລະ ມັດທະຍົມປາຍ (ມີນ້ຳໜັກໜຶ່ງໃນ ສາມສ່ວນ)

ມາດຕະຖານຄຸນນະພາບຊີວິ ເຊິ່ງວັດໄດ້ຈາກຜະລິດຕະພັນມວນລວມພາຍໃນປະເທດ GDP ຕໍ່ຫົວຄົນ ແລະ ຄວາມເທົ່າທຽມກັນຂອງອຳນາດຊື້ PPP.

ໃນແຕ່ລະປີ ລັດສະມາຊິກຂອງອົງການສະຫະປະຊາຊາດຈະຖືກຈັດອັນດັບຕາມດັດຊະນີນີ້ ປະເທດທີ່ໄດ້ຮັບການຈັດອັນດັບຢູ່ໃນອັນດັບຕົ້ນໆ ມັກຈະໂຄສະນາການຈັດອັນດັບດັ່ງກ່າວ ເພື່ອຈະດຶງດູດໃຫ້ບຸກຄະລາກອນທີ່ມີຄວາມສາມາດອົບພະຍົບເຂົ້າມາໃນປະເທດຂອງຕົນຫຼາຍຂື້ນ (ເພື່ອເປັນການພັດທະນາຂັບພະຍາກອນມະນຸດທາງດ້ານເສດຖະກິດ) ຫຼື ເພື່ອທີ່ຈະຫຼຸດແຮງຈູງໃຈໃນການອົບພະຍົບອອກ.

ຢ່າງໃດກໍຕາມ ອົງການສະຫະປະຊາຊາດຍັງມີວິທີການວັດຄວາມທຸກຍາກໃນແຕ່ລະປະເທດອີກດ້ວຍ ໂດຍການໃຊ້ດັດຊະນີຄວາມທຸກຍາດຂອງມະນຸດ (Human Poverty Index)

ປະເທດທີ່ມີ HDI ຫຼາຍທີ່ສຸດຄື: ປະເທດນອກແວ 0.938 ແລະ ໜ້ອຍທີ່ສຸດຄື ປະເທດຊິມບາເວ 0.140 ຢູ່ທີ່ອັນດັບ 169. ສ່ວນປະເທດລາວ 0.497 (ປານກາງ) ຢູ່ອັນດັບທີ 122 ໃນປະເທດອາຊີຕາເວັນອອກສຽງໃຕ້ ທີ່ມີ HDI ຫຼາຍທີ່ສຸດແມ່ນສິງກະໂປ 0.846 ອັນດັບທີ 27. ສ່ວນອາຊີຕາເວັນອອກກາງ ປະເທດທີ່ມີ HDI ໜ້ອຍທີ່ສຸດໃນອາຊີແມ່ນ ອັບການິສະຖານ 0.349 ອັນດັບທີ 155 ຂອງໂລກ ແລະ ໃນອາຊີຕາເວັນອອກສຽງໃຕ້ ແມ່ນ ມຽນມາ 0.451 ອັນດັບທີ 132.

ບັນຊີການຜະລິດ

ຢູ່ ລະບົບບັນຊີແຫ່ງຊາດ ຫຼື SNA (ພາສາອັງກິດ: System of National Accounts) ກຳນົດໂດຍ ສະຫະປະຊາຊາດນັ້ນ ບັນຊີການຜະລິດ ແມ່ນ ບັນຊີຂັ້ນທິ່ຈະຖືກ ສ້າງຂຶ້ນ ຕາມລຳດັບ ແຕ່ ຫົວໜ່ວຍ ຫາ ຂະແໜງການ ແລະ ເສດຖະກິດໂດຍລວມ.

ບັນຊີແຫ່ງຊາດ

ບັນຊີແຫ່ງຊາດ (ພາສາອັງກິດ: National Accounts) ທີ່ ບາງເທື່ອກໍ່ເອີ້ນວ່າ ລະບົບບັນຊີແຫ່ງຊາດ (ພາສາອັງກິດ: System of National Accounts ຫຼື SNA) ແມ່ນ ລະບົບທີ່ໃຊ້ເພື່ອ ວັດແທກ ການເຄື່ອນໄຫວທາງເສດຖະກິດ ຢູ່ ປະເທດ, ລັດ ຫຼື ຂອບເຂດ ທາງພູມສາດໃດໜຶ່ງ. ເຖິງວ່າ ຫຼາຍໆປະເທດຍັງບໍ່ໃຊ້ ລະບົບບັນຊີແຫ່ງຊາດ ທີ່ເປັນເອກະພາບກັນ, ລະບົບບັນຊີແຫ່ງຊາດ ທີ່ ສ້າງຂຶ້ນ ແລະ ພັດທະນາ ໂດຍ ສະຫະປະຊາຊາດ ແຕ່ 1953 ແມ່ນ ລະບົບທີ່ຖືກນຳໃຊ້ຢ່າງແຜ່ຫຼາຍທີ່ສຸດ.

ລະບົບບັນຊີແຫ່ງຊາດ ຂອງ ສະຫະປະຊາຊາດ ປະກອບດ້ວຍ ບັນຊີຫຼັກຕ່າງໆ ດັ່ງຕໍ່ໄປນີ້:

(1) ບັນຊີການຜະລິດ (production account)

(2) ບັນຊີການແຈກຢາຍລາຍຮັບຂັ້ນຕົ້ນ (primary distribution of income account) ເຊິ່ງແມ່ນລາຍຮັບຈາກການຜະລິດ

(3) ບັນຊີໂອນ (transfers account)

(4) ບັນຊີລາຍຈ່າຍຄົວເຮືອນ (household expenditure account)

(5) ບັນຊີທຶນ (capital account)

(6) ບັນຊີການເງິນພາຍໃນ (domestic financial transactions account)

(7) ບັນຊີສ່ວນຕ່າງຊັບສິນ (changes in asset values account)

(8) ບັນຊີຊັບສິນແລະໜີ້ (assets and liabilities account)

(9) ບັນຊີການໂອນພາຍນອກ (external transactions account)ບັນດາບັນຊີເຫຼົ່ານີ້​ ປະກອບດ້ວຍ ຫຼາຍບັນຊີຍ່ອຍອີກ.

ປະເທດມຽນມາ

ມຽນມາ ຫຼື ພະມ້າ (ອັງກິດ: Myanmar, ພະມ້າ: မြန်မာ ເມຍໝ້າ) ມີຊື່ທາງການວ່າ ສາທາລະນະລັດແຫ່ງສະຫະພາບມຽນມາ ຫຼື ສາທາລະນະລັດແຫ່ງສະຫະພາບພະມ້າ (ອັງກິດ: Republic of the Union of Myanmar; ພະມ້າ: ပြည်ထောင်စု သမ္မတ မြန်မာနိုင်ငံတော် [pjìdà̀uɴzṵ θà̀ɴməda̯ mjəmà nàiɴŋàɴdɔ̀] ປີ່ເດົ່າງ໌ຊຸ ຕຳມະດະ ມຍະໝ້າ ໄໜ້ຫງັ້ນດໍ່) ແມ່ນລັດເອກະລາດໃນອາຊີຕາເວັນອອກສຽງໃຕ້. ມີພົມແດນຕິດກັບອິນເດຍ ບັງກະລາເທດ ຈີນ ລາວ ແລະໄທ. ໜຶ່ງໃນສາມຂອງພົມແດນພະມ້າທີ່ມີຄວາມຍາວ 1,930 ກິໂລແມັດເປັນແນວຊາຍຝັ່ງຕາມອ່າວເບງກອນແລະທະເລອັນດາມັນ ດ້ວຍພື້ນທີ່ 676,578 ຕາລາງກິໂລແມັດ. ປະເທດມຽນມາແມ່ນປະເທດທີ່ໃຫຍ່ເປັນອັນດັບທີ 40 ຂອງໂລກ ແລະໃຫຍ່ເປັນອັນດັບທີ 2 ໃນອາຊີຕາເວັນອອກສຽງໃຕ້. ມຽນມາຍັງເປັນປະເທດທີ່ມີປະຊາກອນຫຼາຍເປັນອັນດັບທີ 24 ຂອງໂລກ ໂດຍມີປະຊາກອນກວ່າ 60.28 ລ້ານຄົນ. ນັບແຕ່ໄດ້ຮັບເອກະລາດໃນ ຄ.ສ. 1948 ປະເທດມຽນມາຜະເຊີນກັບໜຶ່ງໃນສົງຄາມກາງເມືອງທີ່ຍືດເຍື້ອທີ່ສຸດທ່າມກາງກຸ່ມຊາຕິພັນທີ່ມີຢູ່ຫຼາຍຫຼວງເຊິ່ງຍັງແກ້ບໍ່ຕົກ. ຕັ້ງແຕ່ ຄ.ສ. 1962 ຫາ 2011 ປະເທດມຽນມາຢູ່ພາຍໃຕ້ລະບອບຜະເດັດການທະຫານ. ຄະນະຜູ້ຍຶດອຳນາດການປົກຄອງຖືກຍຸບຢ່າງເປັນທາງການໃນ ຄ.ສ. 2011 ຫຼັງການເລືອກຕັ້ງທົ່ວໄປໃນ ຄ.ສ. 2010 ແລະມີການຕັ້ງລັດຖະບານພົນລະເຮືອນໃນນາມແທນ ແຕ່ທະຫານຍັງມີອິດທິພົນຢູ່ຫຼາຍ.

ອາລະຍະທຳຊ່ວງຕົ້ນຂອງປະເທດພະມ້າມີນະຄອນລັດປະຍູທີ່ເວົ້າພາສາຕະກູນທິເບດ-ພະມ້າໃນພະມ້າຕອນເທິງ ແລະລາຊະອານາຈັກມອນໃນພະມ້າຕອນລຸ່ມ ໃນຄິດສະຕະວັດທີ 9 ຊາວພະມ້າໄດ້ເຂົ້າຄອບຄອງບໍລິເວນລຸ່ມແມ່ນ້ຳອິຣະວະດີຕອນເທິງ ແລະສະຖາປະນາລາຊະອານາຈັກພຸກາມໃນຊ່ວງຄິດທົດສະວັດທີ 1050 ພາສາແລະວັດທະນະທຳພະມ້າພ້ອມດ້ວຍສາສະໜາພຸດນິການເຖຣະວາດຄ່ອຍໆ ຄອບງຳໃນປະເທດ ອານາຈັກພຸກາມລົ່ມສະຫຼາຍເພາະການບຸກຄອງຂອງມອງໂກລແລະລັດຫຼາຍລັດເກີດຂຶ້ນ ໃນຄິດສະຕະວັດທີ 16 ລາຊະວົງຕອງອູສ້າງເອກະພາບອີກຄັ້ງ ແລະຊ່ວງສັ້ນໆ ເປັນຈັກກະວັດໃຫຍ່ສຸດໃນປະຫວັດສາດອາຊີຕາເວັນອອກສຽງໃຕ້ ຕົ້ນສະຕະວັດທີ 19 ລາຊະວົງຄອງບອງໄດ້ປົກຄອງພື້ນທີ່ປະເທດພະມ້າແລະຄວບຄຸມມະນີປຸຣະແລະອັດສັມໃນຊ່ວງສັ້ນໆ ດ້ວຍ ອັງກິດພິຊິດພະມ້າຫຼັງສົງຄາມອັງກິດ-ພະມ້າທັງສາມຄັ້ງໃນຄິດສະຕະວັດທີ 19 ແລະປະເທດກາຍເປັນອານານິຄົມບິຕິດ ປະເທດພະມ້າໄດ້ຮັບເອກະລາດໃນ ຄ.ສ. 1948 ຊ່ວງປົກຄອງແບບຊາດປະຊາທິປະໄຕ ແລະຫຼັງລັດຖະປະຫານໃນ ຄ.ສ. 1962 ເປັນການປົກຄອງແບບຜະເດັດການທະຫານ ແມ້ນຜະເດັດການທະຫານສິ້ນສຸດລົງຢ່າງເປັນທາງການໃນ ຄ.ສ. 2011 ແຕ່ຜູ້ນຳພັກການເມືອງສ່ວນໃຫຍ່ຍັງເປັນອະດີດນາຍທະຫານ

ປະເທດພະມ້າຢູ່ພາຍໃຕ້ການຕໍ່ສູ້ຊາດພັນທີ່ຮຸນແຮງ ກຸ່ມຊາດພັນມາກມາຍຂອງພະມ້າກ່ຽວກັບສົງຄາມກາງເມືອງທີ່ດຳເນິນຍາວທີ່ສຸດສົງຄາມໜຶ່ງຂອງໂລກ ລະຫວ່າງຊ່ວງນີ້ ສະຫະປະຊາຊາດແລະອີກຫຼາຍອົງການລາຍງານລະເມີດສິດທິມະນຸດສະຍະຊົນຢ່າງຕໍ່ເນື່ອງພາຍໃນປະເທດ ໃນ ຄ.ສ. 2011 ມີການຍຸບຄະນະທະຫານຜູ້ຍຶດອຳນາດການປົກຄອງຢ່າງເປັນທາງການຫຼັງການເລືອກຕັ້ງທົ່ວໄປ ຄ.ສ. 2010 ແລະມີການຕັ້ງລັດຖະບານໃນນາມພົນລະເຮືອນ ແຕ່ອະດີດຜູ້ນຳທະຫານຍັງມີອຳນາດພາຍໃນປະເທດ ກອງທັບພະມ້າດຳເນິນການສະລະການຄວບຄຸມລັດຖະບານ ລວມເຖິງການປ່ອຍຕົວອອງ ຊານ ຊູຈີແລະນັກໂທດທາງການເມືອງ ມີການປັບປຸງສິດທິມະນຸດສະຍະຊົນແລະຄວາມສັມພັນລະຫວ່າງປະເທດ ຈົນນຳໄປສູ່ການຜ່ອນປົນການລົງໂທດທາງການຄ້າແລະເສດຖະກິດອື່ນໆ ແຕ່ຍັງມີການວິຈານການປະຕິບັດຕໍ່ຊຸມຊົນກຸ່ມນ້ອຍໂຣຮິງຍາຂອງລັດຖະບານແລະການສະໜອງຕໍ່ການປະທະກັນທາງສາສະໜາປະເທດພະມ້າອຸດົມດ້ວຍຫຍົກ ອັນຍະມະນີ ນ້ຳມັນ ແກ໊ສທຳມະຊາດແລະຊັບພະຍາກອນແຣ່ອື່ນໆ ໃນ ຄ.ສ. 2013 ຈີດີພີ (ລາຄາຕະຫຼາດ) ຢູ່ທີ່ 56,700 ລ້ານດອລລາຣ໌ສະຫະລັດ ແລະຈີດີພີ (ອຳນາດຊື້) ຢູ່ທີ່ 221,500 ລ້ານດອລລາຣ໌ສະຫະລັດ. ຊ່ອງວ່າງຮາຍໄດ້ຂອງປະເທດພະມ້າກວ້າງທີ່ສຸດປະເທດໜຶ່ງໃນໂລກ ເພາະເສດຖະກິດສັດສ່ວນໃຫຍ່ຖືກຜູ້ສະໜັບສະໜຸນອະດີດລັດຖະບານທະຫານຄວບຄຸມ ໃນ ຄ.ສ. 2014 ຈາກດັດຊະນີການພັດທະນາມະນຸດ (HDI) ປະເທດພະມ້າມີລະດັບການພັດທະນາມະນຸດຕ່ຳ ໂດຍຈັດອັນດັບຢູ່ທີ່ 148 ຈາກ 188 ປະເທດ

ພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດ

ພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດ (ໄທ:พระบาทสมเด็จพระปรมินทรมหาภูมิพลอดุลยเดช) ມີພະນາມເດີມວ່າ "ພະວໍລະວົງເທີ ພະອົງເຈົ້າພູມິພົນອະດຸນເດດ" ແລະມີພະນາມເຕັມວ່າ"ພະບາດສົມເດັດປໍຣະມິນມະຫາພູມິພົມອະດຸນຍະເດດ ມະຫິຕະລາທິເບດ ຣາມາທິບໍດີ ຈັກກີນະລຶບໍດິນ ສະຫຍາມມິນທາທິລາດບໍຣົມມະນາດບໍພິດ" ພະນາມທົ່ວໄປເອີ້ນວ່າ"ໃນຫຼວງ"ຫຼືຢ່າງເປັນທາງການວ່າ "ພະບາດສົມເດັດພະເຈົ້າຢູ່ຫົວ" ແມ່ນພະມະຫາກະສັດໃນລາຊະວົງຈັກກີລາຊະການທີ່ 9 ແຫ່ງລາຊະອານາຈັກໄທ ສະເດັດຂຶ້ນຄອງລາດຕັ້ງແຕ່ວັນທີ່ 9 ມິຖຸນາ ຄ.ສ.1946 ຂະນະນີ້ຈຶງເປັນພະມະຫາກະສັດຜູ້ຄອງລາດນານທີ່ສຸດໃນໂລກແລະຍາວນານທີ່ສຸດໃນປະເທດໄທ

ພະອົງເປັນພະມະຫາກະສັດພາຍໃຕ້ລັດຖະທຳມະນູນແລະໄດ້ຊົງຫຍຸດຍັ້ງການກະບົດ ເຊັ່ນ ໃນຄາວປີ 1981 ແລະປີ 1985 ຄັ້ງນັ້ນກໍໄດ້ຊົງແຕ່ງຕັ້ງຫົວໜ້າຄະນະຍຶດອຳນາດຫຼາຍຄະນະ ເຊັ່ນ ຈອມພົນ ສະລິດ ທະນະລັດ ໃນຊ່ວງພຸດສະຕະວັດທີ່ 2500 ກັບພົນເອກ ສົນທິ ບຸນຍະລັດກະລິນ ໃນຊ່ວງປາຍພຸດສະຕະວັດທີ່ 2540 ຕະຫຼອດລາຊະການຂອງພະອົງເກີດລັດຖະປະຫານໂດຍກອງທັບກວ່າຫຼາຍສິບຄັ້ງລັດຖະທຳມະນູນເກືອບ 20 ສະບັບ ແລະນາຍົກລັດຖະມົນຕີເກືອບ 30 ຄົນ

ປະຊາຊົນຊາວໄທຈຳນວນຫຼາຍເຄົາຮົບພະອົງ ຕາມລັດຖະທຳມະນູນພະມະຫາກະສັດຊົງຢູ່ໃນຖານະອັນເປັນທີ່ເຄົາຮົບສັກກາລະແລະຜູ້ໃດຈະລະເມີດບໍ່ໄດ້ ສ່ວນປະມວນກົດໝາຍອາຢາວ່າ ການດູໝິ່ນໝິ່ນປະໝາດ ຫຼືອາຄາດມາດຮ້າຍພະມະຫາກະສັດເປັນຄວາມຜິດອາຢາ ຄະນະລັດຖະມົນຕີຫຼາຍຊຸດທີ່ໄດ້ຮັບການເລືອກຕັ້ງມາຖືກຄະນະທະຫານລົ້ມລ້າງໄປດ້ວຍຂໍ້ກ່າວຫາວ່ານັກການເມືອງຜູ້ໃຫຍ່ໝິ່ນພະບໍຣົມເດຊານຸພາບ ຄັ້ງນັ້ນ ພະອົງໄດ້ຕຣັສ (ເວົ້າ)ເມື່ອປີ 2005 ວ່າສາທາລະນະຊົນສາມາດວິພາກວິຈານພະອົງໄດ້

ພະອົງຊົງເປັນທີ່ສັນເສີນໃນປະເທດໄທກ່ຽວກັບພະລາຊະດຳຣິໃນເລື່ອງປັດຢາເສດຖະກິດພໍພຽງ ໂຄຟີ ແອນນັນ ເລຂາທິການສະຫະປະຊາຊາດ ໄດ້ຖະຫວາຍຮາງວັນຄວາມສຳເລັດສູງສຸດດ້ານການພັດທະນາມະນຸດແດ່ພະອົງກັບທັງພະອົງຍັງຊົງເປັນເຈົ້າຂອງສິດທິບັດສິ່ງປະດິດ ວຽກພະລາຊະນິພົນ ແລະວຽກດົນຕີຈຳນວນໜຶ່ງດ້ວຍ ດ້ານສິນຊັບຊອງພະອົງນິດຕະຍະສານຟອບສ໌ຈັດອັນດັບໃຫ້ພະອົງເປັນພະມະຫາກະສັດຜູ້ມີພະລາຊະຊັບຫຼາຍທີ່ສຸດໃນໂລກ ຕັ້ງແຕ່ປີ 2008 ເຖິງ 2014 ເມື່ອເດືອນພຶດສະພາ 2015 ພະອົງມີພະລາຊະຊັບ 30,000 ລ້ານດອລລ່າຣ໌ສະຫະລັດ (ເບິ່ງໝາຍເຫດຂ້າງລຸ່ມ) ສຳນັກງານຊັບສິນສ່ວນພະມະຫາກະສັດນັ້ນໃຊ້ສິນຊັບເພື່ອສະຫວັດດິການສາທາລະນະເຊັ່ນ ເພື່ອພັດທະນາເຍົາວະຊົນ ແຕ່ໄດ້ຮັບການຍົກເວ້ນບໍ່ຕ້ອງຈ່າຍພາສີແລະໃຫ້ເປີດເຜຍການເງິນຕໍ່ພະມະຫາກະສັດແຕ່ພະອົງດຽວ ຂະນະທີ່ພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດກໍໄດ້ຊົງອຸທິດພະລາຊະຊັບໄປໃນໂຄງການພັດທະນາປະເທດໄທຫຼາຍຕໍ່ຫຼາຍໂຄງການ ໂດຍສະເພາະທາງກະເສຕະກຳ ສິ່ງແວດລ້ອມ ສາທາລະນະສຸກ ການສົ່ງເສີມອາຊີບ ຊັບພະຍາກອນນ້ຳ ສະຫວັດດິການທາງຄະມະນາຄົມ ແລະສະຫວັດດິການສາທາລະນະ

ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ

ພະບາດສົມເດັດພະປໍຣະເມນມະຫາວະຊິລາວຸດຯ ພະມຸງກຸດເກົ້າເຈົ້າຢູ່ຫົວ ຫຼື ພະບາດສົມເດັດພະຣາມາທິບໍດີສີສິນມະຫາວະຊິລາວຸດ ພະມຸງກຸດເກົ້າເຈົ້າຢູ່ຫົວ (ໄທ:พระบาทสมเด็จพระปรเมนทรมหาวชิราวุธฯ พระมงกฎเกล้าเจ้าอยู่หัว หรือ พระบาทสมเด็จรามาธิบดีศรีสินทรมหาวชิราวุธ พระมงกุฎเกล้าเจ้าอยู่หัว) ແມ່ນພະມະຫາກະສັດໃນລາຊະວົງຈັກກີລຳດັບທີ່ 6 ແຫ່ງລາຊະອານາຈັກສະຫຍາມ ພະອົງເກີດເມື່ອວັນທີ່ 1 ມັງກອນ ຄ.ສ.1880 ຊົງເປັນພະລາຊະໂອລົດພະອົງທີ່ 29 ໃນ ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ ປະສູດແຕ່ສົມເດັດພະສີພັດຊະຣິນທາບໍຣົມລາຊິນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງພະອົງສະເດັດຂຶ້ນຄອງລາດເມື່ອວັນເສົາທີ່ 23 ຕຸລາ ຄ.ສ.1910 ແລະສະເດັດສະຫວັນຄົດເມື່ອວັນທີ່ 26 ພຶດສະຈິກາ ຄ.ສ. 1925 ຮວມພະຊົນມະພັນສາ 45 ພັນສາ ສະເດັດດຳລົງສິຣິລາຊະສົມບັດຮວມ 15 ປີ

ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ ຊົງພະລາຊະອັດສະລິຍະພາບແລະຊົງບຳເພັນພະລາຊະກໍລະນີຍະກິດໃນຫຼາຍສາຂາ ທັງດ້ານການເມືອງການປົກຄອງ ການທະຫານ ການສຶກສາ ການສາທາລະນະສຸກ ການຕ່າງປະເທດ ແລະທີ່ສຳຄັນທີ່ສຸດຄືດ້ານວັນນະກຳແລະອັກສອນສາດ ໄດ້ຊົງພະລາຊະນິພົນບົດຮ້ອຍແກ້ວແລະຮ້ອຍກອງໄວ້ນັບພັນເລື່ອງ ກະທັ່ງຊົງໄດ້ຮັບການຖະຫວາຍພະລາຊະສົມຍານາມເມື່ອສະເດັດສະຫວັນຄົດແລ້ວວ່າ "ສົມເດັດພະມະຫາທີລະລາດເຈົ້າ" ພະອົງແມ່ນພະມະຫາກະສັດໃນພະລາຊະວົງຈັກກີພະອົງທຳອິດທີ່ບໍ່ມີວັດປະຈຳລາຊະການ ແຕ່ໄດ້ຊົງມີການການສະຖາປະນາໂຮງຮຽນມະຫາດເລັກຫຼວງຫຼືວະຊິລາວຸດວິທະຍາໄລໃນປັດຈຸບັນຂຶ້ນແທນ ດ້ວຍຊົງພະລາຊະດຳຣິວ່າພະອາລາມນັ້ນມີຫຼາຍແລ້ວ ແລະການສ້າງອາລາມໃນສະໄໝກ່ອນນັ້ນກໍເພື່ອບຳລຸງການສຶກສາຂອງເຍົາວະຊົນຂອງຊາດ ຈຶງຊົງພະລາຊະດຳຣິໃຫ້ສ້າງໂຮງຮຽນຂຶ້ນແທນ

ພະບໍລົມລາຊານຸສາວະຣີແຫ່ງທຳອິດຂອງພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວສ້າງແລ້ວເສັດເມື່ອ ຄ.ສ. 1942 ປະດິດສະຖານ ນະ ສວນລຸມພິນີ ເຊິ່ງແມ່ນບໍລິເວນທີດິນສ່ວນພະອົງທີ່ພະລາຊະທານໄວ້ເປັນສົມບັດຂອງປະຊາຊົນ ເພື່ອຈັດງານສະຫຍາມລັດພິພິດທະພັນສະແດງສິນຄ້າໄທແກ່ຊາວໂລກເປັນເທື່ອທຳອິດເພື່ອບຳລຸງເສດຖະກິດແລະພານິດຊະຍະກຳຂອງປະເທດ (ແຕ່ບໍ່ໄດ້ທັນຈັດກໍສະເດັດສະຫວັນຄົດເສຍກ່ອນ) ແລະຊົງຕັ້ງພະລາຊະຫະລຶໄທວ່າເມື່ອເສັດງານແລ້ວ ຈະພະລາຊະທານເປັນສວນສາທາລະນະພັກຜ່ອນຫຍ່ອນໃຈແຫ່ງທຳອິດໃນບາງກອກ ທັງນີ້ ໃນວັນຄ້າຍວັນສະຫວັນຄົດຂອງທຸກປີ ວັນທີ 25 ພະຈິກ ພະບາດສົມເດັດພະເຈົ້າຢູ່ຫົວຫຼືຜູ້ແທນພະອົງຈະສະເດັດພະລາຊະດຳເນິນໄປຊົງວາງພວງມາລາ ຖະຫວາຍບັງຄົມພະບໍລົມລາຊານຸສອນ ນະ ສວນລູມພິນີແຫ່ງນີ້ ໃນວັນນັ້ນມີໜ່ວຍລາຊະການ ໜ່ວຍງານເອກະຊົນ ນິສິດນັກສຶກສາ ພໍ່ຄ້າປະຊາຊົນຈຳນວນຫຼາຍໄປວາງພວງມາລາຖະຫວາຍລາຊະສັກກາລະແລະຍັງຊົງພະກະລຸນາໂປດເກົ້າ ໃຫ້ບຳເພັນພະລາຊະກຸສົນອຸທິດຖະຫວາຍ ນະ ວະຊິລາວຸດວິທະຍາໄລ

ໃນ ຄ.ສ. 1981 ອົງການການສຶກສາວິທະຍາສາດແລະວັດທະນະທຳແຫ່ງສະຫະປະຊາຊາດ (UNESCO) ໄດ້ຍົກຍ່ອງພະກຽດຕິຄຸນຂອງພະບາດສົມເດັກພະມຸງກຸດເກົ້າເຈົ້າຢູ່ຫົວວ່າຊົງເປັນບຸກຄົນສຳຄັນຂອງໂລກ ຜູ້ມີຜົນງານດີເດັ່ນດ້ານວັດທະນະທຳ ໃນຖານະທີ່ຊົງເປັນນັກປາດ ນັກປະພັນ ກະວີ ແລະນັກແຕ່ງບົດລະຄອນໄວ້ເປັນຈຳນວນຫຼາຍ

ພາສາຝະຣັ່ງ

ພາສາຝະລັ່ງ (ຄຳເຄົ້າ: ພາສາຝຣັ່ງສ໌, ຝະລັ່ງ: Français, ອັງກິດ: French) ແມ່ນພາສາໜຶ່ງທີ່ເວົ້າໃນປະເທດຝະຣັ່ງ ມີຕົ້ນກຳເໜີດມາຈາກ ພາສາລາແຕັງ ຢູ່ໃນກຸ່ມພາສາໂລມັງ ເວົ້າໃນຫຼາຍປະເທດທົ່ວໂລກ ແລະແມ່ນພາສາທາງການໜຶ່ງຂອງສະຫະປະຊາຊາດ

ພາສາສະເປນ

ພາສາສະເປນ ຫຼື ພາສາແອສະປາໂຍນ ຫຼື ພາສາເອັສປາໂຍນ (español) ແມ່ນພາສາໂລມັງພາສາໜຶ່ງ ອັນມີຕົ້ນກຳເນີດແຕ່ປະເທດສະເປນ. ມີຜູ້ເວົ້າປະມານ 387 ລ້ານຄົນເປັນພາສາແມ່ ອັນເຮັດໃຫ້ເປັນພາສາທີ່ເວົ້າຫຼາຍທີ່ສຸດອັນດັບທີ່ 2 ຂອງໂລກ ຕາມຫຼັງພາສາຈີນກາງ. ປະເທດເມັກຊິໂກມີຜູ້ເວົ້າພາສາສະເປນຫຼາຍທີ່ສຸດ. ພາສາສະເປນແມ່ນໜຶ່ງໃນພາສາທາງການທັງ 6 ຂອງສະຫະປະຊາຊາດ ແລະມີການໃຊ້ເປັນພາສາທາງການໃນສະຫະພາບເອີລົບແລະໃນຕະລາດກາງຕອນໃຕ້.

ພາສາສະເປນແມ່ນພາສາຫນຶ່ງເຊິ່ງຈັດຢູ່ໃນກຸ່ມພາສາອີເບໂລ-ໂລມັງ ເຊິ່ງມີການວິວັດທະນາການມາຈາກພາສາຖິ່ນຕ່າງໆ ຂອງພາສາລາແຕັງສາມັນໃນແຄວ້ນອີເບລີ ລຸນຫຼັງການຫຼົ້ມສະຫຼາຍຂອງອານາຈັກໂລມັງຕາເວັນຕົກໃນສະຕະວັດທີ 5. ພາສາສະເປນມີການບັນທຶກຂຽນເທື່ອທຳອິດໃນແຄວ້ນອີເບລີເໜືອກາງໃນສະຕະວັດທີ 9 ແລະມີການຂະຫຍາຍໂຕທີແລະໜ້ອຍໄປພ້ອມກັບການຂະຫຍາຍໂຕຂອງອານາຈັກກາສະຕີ ຈົນໄປຮອດພາກກາງແລະພາກໃຕ້ຂອງແຄວ້ນອີເບລີ. ທຳອິດຄຳສັບພາສາສະເປນໄດ້ຮັບອິດທິພົນຈາກພາສາບາດແລະພາສາອີເບໂລ-ໂລມັງອື່ນໆ ແລະພາຍຫຼັງພາສາສະເປນໄດ້ຮັບຄຳສັບຈາກພາສາອາລັບ ລະຫວ່າງທີ່ຊາວມຸສະລິມຄອງຄາບສະໝຸດອີເບລີ. ພາສາສະເປນຍັງໄດ້ຮັບຄຳສັບເຊິ່ງບໍ່ໄດ້ມາຈາກກຸ່ມພາສາອີເບລີອີກນຳ ເຊັ່ນພາສາອົກຊີຕັງ ພາສາຝະລັ່ງ ພາສາອິຕາລີ ພາສາຊາກ ແລະເລີ່ມມີຄຳຈາກພາສາອັງກິດໃນຍຸດປັດຈຸບັນອີກນຳ. ພາສາສະເປນໄດ້ມີການໃຊ້ແຜ່ໄປຮອດຫົວເມືອງຂອງອານາຈັກສະເປນໃນສະຕະວັດທີ 16 ທີ່ເປັນທີ່ຮູ້ຈັກກັນດີແມ່ນໃນພື້ນທີ່ໃນທະວີບອາເມລິກາ ແລະບ່ອນອື່ນໆ ໃນທະວີບອາຟະລິກ ທະວີບໂອຊີອານີ ແລະ ຟີລິບປິນ.

ພາສາອາຣັບ

ພາສາອາຣັບແມ່ນພາສາໜຶ່ງທີ່ເວົ້າໃນປະເທດແຖບຕະວັນອອກກາງ ແມ່ນພາສາລັດຖະການຂອງສະຫະປະຊາຊາດ

ພາສາອາຣັບຂຽນຈາກດ້ານຂວາມື ບໍ່ແມ່ນດ້ານຊ້າຍມື

ພາສາແອສປາໂຍລ

ພາສາແອສະປາໂຍນ ຫຼື ພາສາເອັສປາໂຍນ (español) ຫຼື ພາສາສະແປນ ແມ່ນພາສາໂລມັງພາສາໜຶ່ງ ອັນມີຕົ້ນກຳເນີດແຕ່ປະເທດສະແປນ. ມີຜູ້ເວົ້າປະມານ 387 ລ້ານຄົນເປັນພາສາແມ່ ອັນເຮັດໃຫ້ເປັນພາສາທີ່ເວົ້າຫຼາຍທີ່ສຸດອັນດັບທີ່ 2 ຂອງໂລກ ຕາມຫຼັງພາສາຈີນກາງ. ປະເທດແມກຊິໂກມີຜູ້ເວົ້າພາສາເອັສປາໂຍນຫຼາຍທີ່ສຸດ. ພາສາແອສະປາໂຍນແມ່ນໜຶ່ງໃນພາສາທາງກາງທັງ 6 ຂອງສະຫະປະຊາຊາດ ແລະມີການໃຊ້ເປັນພາສາທາງການໃນສະຫະພາບເອີລົບແລະໃນຕະລາດກາງຕອນໃຕ້.

ພາສາແອສະປາໂຍນແມ່ນພາສານຶ່ງເຊິ່ງຈັດຢູ່ໃນກຸ່ມພາສາອີເບໂລ-ໂລມັງ ເຊິ່ງມີການວິວັດທະນາການມາຈາກພາສາຖິ່ນຕ່າງໆ ຂອງພາສາລາແຕັງສາມັນໃນແຄວ້ນອີເບລີ ລຸນຫຼັງການຫຼົ້ມສະຫຼາຍຂອງອານາຈັກໂລມັງຕາເວັນຕົກໃນສະຕະວັດທີ 5. ພາສາແອສະປາໂຍນມີການບັນທຶກຂຽນເທື່ອທຳອິດໃນແຄວ້ນອີເບລີເໜືອກາງໃນສະຕະວັດທີ 9 ແລະມີການຂະຫຍາຍໂຕທີແລະໜ້ອຍໄປພ້ອມກັບການຂະຫຍາຍໂຕຂອງອານາຈັກກາສະຕີ ຈົນໄປຮອດພາກກາງແລະພາກໃຕ້ຂອງແຄວ້ນອີເບລີ. ທຳອິດຄຳສັບພາສາແອສະປາໂຍນໄດ້ຮັບອິດທິພົນຈາກພາສາບາດແລະພາສາອີເບໂລ-ໂລມັງອື່ນໆ ແລະພາຍຫຼັງພາສາແອສະປາໂຍນໄດ້ຮັບຄຳສັບຈາກພາສາອາລັບ ລະຫວ່າງທີ່ຊາວມຸສະລິມຄອງຄາບສະໝຸດອີເບລີ. ພາສາແອສະປາໂຍນຍັງໄດ້ຮັບຄຳສັບເຊິ່ງບໍ່ໄດ້ມາຈາກກຸ່ມພາສາອີເບລີອີກນຳ ເຊັ່ນພາສາອົກຊີຕັງ ພາສາຝະລັ່ງ ພາສາອິຕາລີ ພາສາຊາກ ແລະເລີ່ມມີຄຳຈາກພາສາອັງກິດໃນຍຸດປັດຈຸບັນອີກນຳ. ພາສາແອສະປາໂຍນໄດ້ມີການໃຊ້ແພ່ໄປຮອດຫົວເມືອງຂອງອານາຈັກແອສະປາຍໃນສະຕະວັດທີ 16 ທີ່ເປັນທີ່ຮູ້ຈັກກັນດີແມ່ນໃນພື້ນທີ່ໃນທະວີບອາເມລິກາ ແລະບ່ອນອື່ນໆ ໃນທະວີບອາຟະລິກ ທະວີບໂອຊີອານີ ແລະ ຟີລິບປິນ.

ລາຍຊື່ປະເທດແລະເຂດການປົກຄອງຮຽງຕາມຂະໜາດຂອງພື້ນທີ່

ນີ້ແມ່ນ ລາຍຊື່ປະເທດແລະເຂດການປົກຄອງຮຽງຕາມຂະໜາດຂອງພື້ນທີ່ ເຊິ່ງລວມເຖິງລັດອະທິປະໄຕແລະ ເຂດການປົກຄອງ ຮຽງຕາມຂະໜາດພື້ນທີ່ທັງໝົດ ໂດຍຍຶດຖື ມາດຕະຖານສາກົນ ISO 3166-1

ເພື່ອຈຸດປະສົງທາງສະຖິຕິ ເຂດການປົກຄອງຈະຖືກບັນຈຸໃນລາຍຊື່ລວມກັບລັດອະທິປະໄຕ ຕົວເລກທີ່ປາກົດຈະສະແດງຂະໜາດພື້ນທີ່ທັງໝົດ ລວມທັງພື້ນດິນ ແລະ ພື້ນທີ່ນ້ຳພາຍໃນດິນແດນນັ້ນດ້ວຍເຊັ່ນ: ທະເລສາບ, ເຂື່ອນ ແລະ ແມ່ນ້ຳ. ເຊິ່ງບາງສ່ວນອາດຈະນັບລວມໄປເຖິງພື້ນທີ່ຢູ່ໃນມະຫາສະໝຸດ(ນ່ານນ້ຳຊາຍຝັ່ງ) ແຕ່ບໍ່ໄດ້ນັບລວມ ນ່ານນ້ຳອານາເຂດ ແລະ ເຂດເສດຖະກິດສະເພາະ

ສະຖິຕິດັ່ງກ່າວບໍ່ນັບລວມເຂດການປົກຄອງເຊິ່ງບໍ່ມີພົນລະເມືອງອາໄສຢູ່ - ລວມທັງການອ້າງສິດທິຂອງຫຼາຍປະເທດເທິງພື້້ນທີ່ຂອງ ທະວີບອັງຕາກຕິກ (14,400,000 ກມ²) – ແລະ ການລວມກຸ່ມປະເທດ ເຊັ່ນ: ສະຫະພາບເອີຣົບ (4,324,782 ກມ²) ເຊິ່ງມີ ອຳນາດອະທິປະໄຕ ແຕ່ບໍ່ສາມາດພິຈາລະນາວ່າ ເປັນລັດອະທິປະໄຕ ຫຼື ເຂດການປົກຄອງໄດ້ ພື້ນທ່ີທັງໜົດຂອງໂລກຄິດເປັນ 148,940,000 ກມ² (ຄິດເປັນ 29.1% ຂອງພື້ນຜິວໂລກທັງໝົດ)

ວິສາຂະບູຊາ

ວັນວິສາຂະບູຊາ ຖືເປັນວັນສໍາຄັນທີ່ສຸດທາງພຣະພຸດທະສາສະໜາ ເນື່ອງຈາກມີເຫດການທີ່ກ່ຽວເນື່ອງກັບການຖືກຳເນີດຂຶ້ນຂອງພຣະພຸດະສາສະໜາຄື: ເປັນວັນທີ່ພຣະສາສະດາ ພຣະສັມມາສັມພຸດທະເຈົ້າ ປະສູດ ຕັດສະຮູ້ ແລະ ປະຣິນິບພານ ດັ່ງນັ້ນ: ພຸດທະສາສະນິກະຊົນທົ່ວໂລກ ຈຶ່ງໃຫ້ຄວາມສຳຄັນກັບວັນວິສາຂະບູຊານີ້, ແລະໃນວັນທີ 13 ຕຸລາ ພ.ສ 2542 (ຄ.ສ 1989 ) ອົງການສະຫະປະຊາຊາດໄດ້ຍອມຮັບຍັດຕິທີ່ປະຊຸມ ກຳໜົດໃຫ້ວັນວິສາຂະບູຊາເປັນວັນສຳຄັນຂອງໂລກ ໂດຍຮຽກວ່າ: Vesak Day ຕາມຄຳຮຽກຂອງຊາວສີລັງກາ ເຊິ່ງເປັນຜູ້ທີ່ຍື່ນເລື່ອງໃຫ້ສະຫະປະຊາຊາດພິຈາລະນາ. ສະຫະປະຊາຊາດໄດ້ກຳໜົດໃຫ້ວັນວິສາຂະບູຊາ ເປັນວັນພັັກລັດຖະການ ຂອງສະຫະປະຊາຊາດອີກດ້ວຍ, ເຫດນີ້ກໍ່ເພື່ອໃຫ້ຊາວພຸດທົ່ວໂລກ ໄດ້ມີໂອກາດ ສ້າງບຸນກຸສົນ ຄືຄຸນງາມຄວາມດີເນື່ອງໃນວັນ ປະສູດ ຕັດສະຮູ້ ແລະ ປະຣິນິບພານ ຂອງພຣະບໍຣົມມະສາສະດາ ໂດຍການທີ່ສະຫະປະຊາຊາດໄດ້ກຳໜົດເອົາວັນວິສາຂະບູຊາເປັນວັນສຳຄັນຂອງໂລກກໍ່ດ້ວຍເຫດຜົນວ່າ: ອົງສົມເດັດພຣະສັມມາສັມພຸດທະເຈົ້າ ເປັນມະຫາບຸຣຸດຜູ້ໃຫ້ຄວາມເມດຕາຕໍ່ໝູ່ມວນມະນຸດ ແລະຍັງເປີດໂອກາດໃຫ້ທຸກສາສະໜາ ສາມາດເຂົ້າມາສຶກສາພຸດທະສາສະໜາ ໂດຍບໍ່ໍຈຳເປັນຕ້ອງມານັບຖືສາສະໜາພຸດ ແລະສັງສອນທຸກຄົນໂດຍໃຊ້ປັນຍາທິຄຸນ ໂດຍບໍ່ຄິດຄ່າຕອບແທນໃດໆທັງໝົດ.

ຄວາມໝາຍຂອງວັນວິສາຂະບູຊາ

ວັນວິສາຂະບູຊາ ( ພາສາບາລີ : ວິສາຂປູຊາ )ເປັນວັນທີ່ສຳຄັນທາງພຣະພຸດທະສາສະໜາສຳຫລັບຊາວພຸດທຸກນິກາຍທົ່ວໂລກ. ເປັນວັນພັັກລັດຖະການໃນຫຼາຍປະເທດ ແລະເປັນວັນສໍາຄັນລະດັບນາໆຊາດ ຕາມຂໍ້ຕົກລົງຂອງສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ ເພາະເປັນວັນຄ້າຍວັນທີ່ເກີດເຫດການທີ່ສຳຄັນ 3 ເຫດການໃນພຣະພຸດທະສາສະໜາຄື: ການປະສູດ ຕັດສະຮູ້ ແລະ ປະຣິນິບພານ ຂອງພຣະພຸດທະໂຄດົມ ໂດຍທັງ 3 ເຫດການນີ້ໄດ້ເກີດຂຶ້ນໃນວັນຂຶ້ນ 15 ຄ່ຳ ເດືອນ 6 ຫຼື ວັນເພັງແຫ່ງເດືອນວິສາຂະ ( ແຕ່ຕ່າງປີກັນ ) ຊາວພຸດຖືວ່າເປັນວັນທີ່ລວມເອົາເຫດການທີ່ສຸດອັດສະຈັນ ແລະຮຽກການບູຊາໃນວັນນີ້ວ່າ "ວິສາຂະບູຊາ" ເຊິ່ງຫຍໍ້ມາຈາກ ຄຳວ່າ: "ວິສາຂະປຸຣະນະມີບູຊາ" ແປວ່າ: ການບູຊາໃນວັນເພັງເດືອນວິສາຂະ ອັນເປັນເດືອນທີ 2 ຂອງປະຕິທິນອິນເດັຍ ເຊິ່ງກົງກັບວັນເພັງເດືອນ 6 ແລະມັກກົງກັບເດືອນ ພຶດສະພາ ຫຼື ມິຖຸນາ (ຕາມປະຕິທິນຈັນທະຣະຄະຕິ) ຖ້າປີໃດຫາກມີເດືອນ 8 ສອງຫົນ ວັນວິສາຂະກໍ່ຈະເລື່ອນໄປຈັດໃນວັນເພັງເດືອນ 7 ແຕ່ກໍ່ມີຊາວພຸດເຖຣະວາດອີກຫຼາຍປະເທດທີ່ບໍ່ຖືຕາມປະຕິທິນຈັນທະຣະຄະຕິ ຫຼາຍປະເທດກໍ່ຈັດກິດຈະກໍາວິສາຂະບູຊາໃນວັນເພັງຂຶ້ນ 15 ຄ່ຳຂອງເດືອນ 6 ເຖິ່ງແມ່ນວ່າປີນັ້ນຈະມີເດືອນ 8 ສອງຫົນກໍ່ຕາມ. ສ່ວນໃນກຸ່ມຊາວພຸດມະຫາຍານບາງນິກາຍກໍ່ຖືວ່າ ເຫດການ 3 ເຫດການນັ້ນເກີດໃນວັນທີ່ແຕກຕ່າງກັນໄປ ກໍ່ຈະມີການຈັດກິດຈະກໍາວິສາຂະບູຊາຕ່າງວັນກັນຕາມຄວາມເຊື່ອໃນນິກາຍຂອງຕົນ ເຊິ່ງກໍ່ບໍ່ກົງກັນກັບວັນວິສາຂະຕາມປະຕິທິນຂອງຊາວພຸດເຖຣະວາດ.

ປະຫວັດຄວາມເປັນມາ

ວັນວິສາຂະບູຊາ ຖືເປັນວັນສຳຄັນທາງພຣະພຸດທະສາສະໜາເພາະເປັນວັນທີ່ເກີດ 3ເຫດການສຳຄັນກຽ່ວກັບວິຖີຊີວິດຂອງພຣະສັມມາສັມພຸດທະເຈົ້າ ໃນວັນເພັງ ຂຶ້ນ 15 ຄ່ຳ ເດືອນ 6 ແຕ່ກໍ່ນັບວ່າເປັນຊ່ວງໄລຍະເວລາທີ່ແຕກຕ່າງແລະຫ່າງກັນຫຼາຍປີ ເຊິ່ງເຫດການອັດສະຈັນທັງ 3 ນັ້ນໄດ້ແກ່:

ວັນວິສາຂະບູຊາເປັນວັນທີ່ພຣະພຸດທະເຈົ້າປະສູດ ເມື່ອພຣະນາງສິຣິມະຫາມາຍາ ພຣະມະເຫສີຂອງພຣະເຈົ້າສຸດໂທທະນະ ແຫ່ງກຸງກະບິນລະພັດ ຊົງພຣະຄັນຄົບເວລາ 9 ເດືອນໄກ້ຈະເຖິງເວລາປະສູດ. ຕາມປະເພນີນິຍົມຂອງຄົນອິນເດຍໃນສະໄຫມນັ້ນ ໃນເວລາທີ່ຈະເກີດລູກ ຜູ້ຍິງຈະກັບມາບ້ານເກີດຂອງຕົນເອງເພື່ອໃຫ້ກຳເນີດບຸດ ພຣະນາງສິຣິມະຫາມາຍາກໍ່ຈຶ່ງໄດ້ຂໍອນຸຍາດພຣະເຈົ້າສຸດໂທທະນະເພື່ອເດິີນທາງກັບເມືອງເທວະທະຫະທີ່ເປັນບ້ານເກີດຂອງພຣະນາງ. ໃນຂະນະທີ່ກໍາລັງເດີນທາງກັບບ້ານພຣະນາງກໍ່ໄດ້ແວ່ພັກຜ່ອນຢູ່ໃຕ້ຮົ່ມຕົົ້ນສາຣະທີ່ສວນລຸມພິນີວັນ ແລະພຣະນາງກໍ່ໄດ້ປະສູດພຣະໂອຣົດໃນທີ່ນັ້ນ. ເຊິ່ງກົງກັບວັນເພັງຂຶ້ນ 15 ຄ່ຳເດືອນ 6 ກ່ອນພຸດທະສັກກະຣາດ 80 ປີ ເມື່ອພຣະກຸມານປະສູດໄດ້ 5 ມື້ ກໍ່ໄດ້ຮັບການຖວາຍພຣະນາມວ່າ: "ສິດທັດຖະ" ແປວ່າ: ສົມປາດຖະໜາ.

ເມື່ອຂ່າວການປະສູດໄດ້ຍິນໄປເຖິງອະສິຕະດາບົດ ຜູ້ທີ່ອາໄສຢູ່ໃນອາສົມທີ່ພູເຂົາຫິມະໄລ ດ້ວຍຄວາມທີ່ອະສິຕະດາບົດມີຄວາມຄຸ້ນເຄີຍກັນກັບພຣະເຈົ້າສຸດໂທທະນະ ຈຶ່ງໄດ້ເດີນທາງໄປເຂົ້າເຝົ້າພຣະເຈົ້າສຸດໂທທະນະ. ເມື່ອອະສິຕະດາບົດໄດ້ເຫັນພຣະກຸມານ ກໍ່ສາມາດທຳນາຍໄດ້ທັນທີວ່າ: ນີ້ຄືຜູ້ທີ່ຈະຕັດສະຮູ້ເປັນພຣະສັມມາສັມພຸດທະເຈົ້າ ຈຶ່ງໄດ້ກ່າວພະຍາກອນໄວ້ວ່່າ: ພຣະຣາຊກຸມານນີ້ຈະໄດ້ບັນລຸພຣະສັມພັນຍຸດຕະຍານ ເຫັນແຈ້ງພຣະນິບພານອັນບໍລິສຸດຢ່າງຍິ່ງ ແລະຈະສ້າງປະໂຫຍດໃຫ້ແກຜູ້ຄົນເປັນຈຳນວນຫຼວງຫຼາຍ ພ້ອມທັງປະກາດທັມມະອັນຈະແຜ່ຂະຫຍາຍໄປທົ່ວໂລກ. ເມື່ອອະສິຕະດາບົດເວົ້າຈົບ ກໍ່ໄດ້ກົ້ມລົງຂາບພຣະບາດຂອງພຣະກຸມານ ເມື່ອພຣະເຈົ້າສຸດໂທທະນະຜູ້ເປັນບິດາເຫັນຢ່າງນັ້ນກໍ່ຮູ້ສຶກອັດສະຈັນໃຈ ແລະເຕັມໄປດ້ວຍຄວາມປິຕິຍິນດີ ຈົນເຖິງຂັ້ນກົ້ມລົງຂາບພຣະຣາຊະກຸມານຕາມອະສິຕະດາບົດ.

ວັນວິສາຂະບູຊາ ເປັນວັນທີ່ພຣະພຸດທະເຈົ້າຕັດສະຮູ້ອະນຸດຕະຣະສັມມາສັມໂພທິຍານ ຫລັງຈາກອອກບວດໄດ້ 6 ປີ ຈົນອາຍຸ 35 ພັນສາ ເຈົ້າຊາຍສິດທັດຖະກໍ່ໄດ້ຕັດສະຮູ້ເປັນພຣະພຸດທະເຈົ້າ ຢູ່ທີ່ຮົ່ມຕົ້ນພຣະສີມະຫາໂພ ແຄມແມ່ນ້ຳເນຣັນຊະຣາ ທີ່ເຂດອຸຣຸເວລາເສນານິຄົມ. ໃນຕອນເຊົ້າໆຂອງວັນພຸດ ຂຶ້ນ 15 ຄໍ່າເດືອນ 6 ປີລະກາ ກ່ອນພຸດທະສັກກະຣາດ 45 ປີ ປະຈຸບັນສະຖານທີ່ແຫ່ງນີ້ໄດ້ຊື່ວ່າ ພຸດທະຄະຍາ ເປັນເຂດໜຶ່ງຂອງເມືອງຄະຍາ ແຫ່ງຣັດພິຫານ ປະເທດອິນເດຍ.

ທັມທີ່ພຣະອົງຕັດສະຮູ້ນັ້ນກໍ່ຄືອະຣິຍະສັດ 4 ອັນເປັນຄວາມຈິງອັນປະເສີດ 4 ປະການຄື: ທຸກ ສະມຸໄທ ນິໂຣດ ມັກ ເຊິ່ງພຣະພຸດທະເຈົ້າໄດ້ນັ່ງຈະເລີນພາວະນາຢູ່ກ້ອງຕົ້ນພຣະສີມະຫາໂພຈົນຈິດເປັນສະມາທິໄດ້ຊານ 4 ແລ້ວບຳເພັນພາວະນາຕໍ່ໄປ ຈົນໄດ້ຍານ 3 ຄື:

1. ໄລຍະຕົ້ນ ໄດ້ບັນລຸ ປຸບເພນິວາສານຸສະຕິຍານ: ເປັນຊານຢັ່ງຮູ້ ຄືສາມາດລະນຶກຊາດຂອງຕົນເອງແລະຂອງຄົນອື່ນໄດ້.

2. ໄລຍະທີສອງ ໄດ້ບັນລຸ ຈະຕູປະປາຕະຍານ ຄືການຮູ້ແຈ້ງໃນການເກີດແລະການດັບຂອງສັບພະສັດທັງຫຼາຍ ດ້ວຍການມີຕາທິບສາມາດເຫັນການຈຸຕິ ແລະການອຸບັດຂຶ້ນຂອງວິນຍານທັງຫຼາຍ.

3. ໄລຍະທີສາມ ໄດ້ບັນລຸ ອາສະວັກຂະຍະຍານ ຄື: ຮູ້ວິທີການກໍາຈັດກິເລດດ້ວຍການໃຊ້ອະຣິຍະສັດ 4 ( ທຸກ ສະມຸໄທ ນິໂຣດ ມັກ ) ແລະຕັດສະຮູ້ເປັນພຣະອະນຸດຕະຣະສັມມາສັມພຸດທະເຈົ້າ ໃນວັນເພັງ ຂຶ້ນ 15 ຄ່ຳເດືອນ 6 ເຊິ່ງຕອນນັ້ນພຣະອົງມີອາຍຸ 35 ພັນສາ.

3. ວັນວິສາຂະບູຊາ ເປັນວັນທີ່ພຣະພຸດທະເຈົ້າສະເດັດເຂົ້າສູ່ພຣະນິບພານ

ເມື່ອພຣະພຸດທະອົງໄດ້ຕັດສະຮູ້ແລະສະແດງທັມເປັນເວລາ 45 ປີ ຈົນອາຍຸໄດ້ 80 ພັນສາ ເຊິ່ງໃນພັນສາສຸດທ້າຍ ໄດ້ຈຳພັນສາຢູ່ທີ່ ເວລຸຄາມ ໄກ້ເມືອງເວສາລີ ແຄວ້ນວັດຊີ. ໃນລະຫວ່າງນັ້ນຊົງປະຊວນຢ່າງໜັກ ພໍເຖິງວັນເພັງເດືອນ 6 ພຣະພຸດທະອົງແລະພຣະພິກຂຸສົງທັງຫຼາຍ ກໍ່ໄດ້ເຂົ້າໄປຮັບພັດຕາຫານແລະບິນທະບາດທີ່ບ້ານຂອງຈຸນທະມານົບ ຕາມການນິມົນ ພຣະອົງໄດ້ສັນສຸກອນມັດທະວະທີ່ຈຸນທະມານົບຕັ້ງໃຈຖວາຍ ແລ້ວກໍ່ເກີດອາພາດລົງຢ່າງໜັກ ແຕ່ພຣະອົງກໍ່ຍັງອົດທົນອົດກັ້ນເດີນທາງໄປຍັງເມືອງກຸສິນນາຣາ ພັກທີ່ສາລະວະໂນທະຍານຫຼື ປ່າສາຣະ ເພື່ອສະເດັດດັບຂັນປະຣິນິບພານ.

ເມື່ອເຖິງຍາມສຸດທ້າຍຂອງຄືນນັ້ນ ພຣະພຸດທະອົງກໍ່ໄດ້ປະທານປັດສິມໂອວາດວ່າ: "ຫັນທະທານິ ພິກຂະເວ ອະມັນຕະຍາມິ ໂວ ວະຍະທັມມາ ສັງຂາຣາ ອັປປະມາເທນະ ສັມປາເທຖະ" ແປວ່າ: "ພິກຂຸທັງຫຼາຍ ອັນວ່າສັງຂານທັງຫຼາຍຍ່ອມມີຄວາມເສື່ອມສະຫຼາຍໄປເປັນທຳມະດາ ທ່ານທັງຫຼາຍຈົ່ງທຳກິດອັນເປັນປະໂຫຍດຂອງຕົນ ແລະປະໂຫຍດຂອງຜູ້ອື່ນໃຫ້ບໍລິບູນດ້ວຍຄວາມບໍ່ປະໝາດເທີ້ນ" ຫລັງຈາກນັ້ນພຣະອົງກໍ່ໄດ້ດັບຂັນປະຣິນິບພານ.

ວັດຖຸປະສົງ

1. ເພື່ອໃຫ້ປະຊາຊົນລາວບັນດາເຜົ່າ ນັກຮຽນ ນັກສຶກສາ ແລະເຈົ້າໜ້າທີ່ພະນັັກງານຂອງລັດ ໄດ້ເຂົ້າໃຈເຖິງຄວາມໝາຍແລະຄວາມສຳຄັນຂອງວັນວິສາຂະບູຊາ ການປະສູດ ຕັດສະຮູ້ ແລະປະຣິນິບພານຂອງພຣະພຸດທະເຈົ້າ.

2. ເພື່ອເສີມຂະຫຍາຍ ປູກຝັງ ແລະຍົກລະດັບມາດຕະຖານຄຸນນະທໍາ ຂອງປະຊາຊົນລາວບັນດາເຜົ່າ ນັກຮຽນ ນັກສຶກສາ ແລະເຈົ້າໜ້າທີ່ພະນັັກງານຂອງລັດ ໂດຍຮ່ວມໃຈກັນຕີຫ່າງຈາກອະບາຍຍະມຸກຂອງມຶນເມົາທຸກປະເພດ ແລະຫັນໜ້າສູ່ການປະຕິບັດທັມຖວາຍເປັນພຸດທະບູຊາ.

3. ເພື່ອສົ່ງເສີມແລະເຜີຍແຜ່ ພຣະພຸດທະສາສະໜາ ກໍ່ຄືຄໍາສັ່ງສອນຂອງອົງພຣະສັມມາສັມພຸດທະເຈົ້າ ໃຫ້ກວ້າງຂວາງແຜ່ຫຼາຍ ແລະມີຄວາມໝັ້ນຄົງຄຽງຄູ່ກັບສັງຄົມລາວຕະຫຼອດໄປ.

4. ເພື່ອສົ່ງເສີມໃຫ້ວັດວາສາສະໜາ ໄດ້ຊີ້ນຳໆພາພໍ່ແມ່ປະຊາຊົນລາວບັນດາເຜົ່າ ນັກຮຽນ ນັກສຶກສາ ໄດ້ຫັນໜ້າເຂົ້າວັດຟັງທັມ ສ້າງບຸນ ໃສ່ບາດຍາດນ້ຳ ວຽນທຽນ ເປັນສູນລວມແຫ່ງການປະຕິບັດທັມທາງພຣະພຸດທະສາສະໜາ.

ກິດຈະກຳໃນງານ

1. ເຊີນຊວນປະຊາຊົນ ນັກຮຽນ ນັກສຶກສາ ເຂົ້າຮ່ວມກິດຈະກຳແລະຈັດສະແດງນິທັດສະການປະຫວັດຫຼືເລື່ອງລາວຄວາມເປັນມາເພື່ອໃຫ້ຄວາມຮູ້ແລະເປັນການລະນຶກເຖິງຄວາມສຳຄັນ ຂອງວັນວິສາຂະບູຊາ.

2. ປະຊາສຳພັນກຽ່ວກັບຄວາມສຳຄັນຂອງວັນວິສາຂະບູຊາລວມເຖິງຫຼັກທັມແລະແນວທາງແນວທາງປະຕິບັດ.

3. ຈັດພິມເອກະສານກຽ່ວກັບຄວາມສຳຄັນຂອງວັນວິສາຂະບູຊາ ແລະຫລັກທັມແຈກຈ່າຍໃຫ້ຜູ້ເຂົ້າຮ່ວມງານ.

4. ຈັດໃຫ້ມີການບັນຍາຍທັມ ແລະສົນທະນາທັມ ກຽ່ວກັບວັນວິສາຂະບູຊາ.

5. ມອບໃບກຽດຕິຄຸນ ໃບຍ້ອງຍໍ ໃຫ້ບຸກຄົນຜູ້ສ້າງປະໂຫຍດແກ່ສັງຄົມ.

ຜົນທີ່ຈະໄດ້ຮັບ

1. ປະຊາຊົນລາວບັນດາເຜົ່າ ນັກຮຽນ ນັກສຶກສາ ແລະພະນັກງານຂອງລັດ ໄດ້ເຂົ້າວັດປະຕິບັດທັມ ແລະເຂົ້າຮ່ວມກິດຈະກຳໃນວັນສຳຄັນທາງພຣະພຸດທະສາສະໜາ.

2. ພຸດທະສາສະນິກະຊົນເຂົ້າໃຈພຣະພຸດທະສາສະໜາໄດ້ຢ່າງລະອຽດ ແລະສາມາດນຳເອົາຫຼັກທັມໄປປະຍຸກໃຊ້ໃນຊີວິດປະຈຳວັນໄດ້.

3. ປະຊາຊົນລາວບັນດາເຜົ່າ ນັກຮຽນ ນັກສຶກສາ ແລະພະນັກງານຂອງລັດ ມີຄວາມຮູ້ຄຽງຄູ່ຄຸນນະທຳ ດຳລົງຊີວິດຢ່າງມີສະຕິ ແລະຄວາມສັນຕິສຸກ.

4. ປະຊາຊົນລາວບັນດາເຜົ່າ ນັກຮຽນ ນັກສຶກສາ ແລະພະນັກງານຂອງລັດ ໄດ້ຮັບການພັດທະນາຄຸນນະທຳ ຈະຣິຍະທຳ ເຊິ່ງເປັນພື້ນຖານການພັດທະນາສັງຄົມ ແລະປະເທດຊາດໃຫ້ມີຄວາມຮຸ່ງເຮືອງຕະຫຼອດໄປ.

ເກາະ

ເກາະຫຼືເກາະເປັນດິນທີ່ອ້ອມຮອບດ້ວຍນ້ໍາແຕ່ບໍ່ແມ່ນທະວີບ; ຢ່າງໃດກໍຕາມ, ບໍ່ມີຂະຫນາດມາດຕະຖານທີ່ຈະແຍກແຍະລະຫວ່າງເກາະດອນແລະທະວີບ.ມາດຕາ 121 ຂອງສົນທິສັນຍາຂອງອົງການສະຫະປະຊາຊາດກ່ຽວກັບກົດຫມາຍວ່າດ້ວຍທະເລໃຫ້ຄໍານິຍາມ "ເກາະ" ທີ່ຖືກຕ້ອງຕາມກົດຫມາຍ, ໂດຍສະເພາະເກາະ "ແມ່ນເຂດທໍາມະຊາດທີ່ປົກຄຸມດ້ວຍນ້ໍາ, ເມື່ອນ້ໍາຍັງຢູ່ເຫນືອນ້ໍາ." ຫມູ່ເກາະທໍາມະຊາດສາມາດແບ່ງອອກເປັນສອງກຸ່ມຕົ້ນຕໍຄືເກາະທະວີບແລະເກາະມະຫາສະຫມຸດ. ນອກຈາກນັ້ນ, ມີເກາະປະດິດສ້າງ.

ເຂດດຸສິດ

ເຂດດຸສິດ (ໄທ: เขตดุสิต) ແມ່ນ 1 ໃນ 50 ເຂດການປົກຄອງຂອງບາງກອກ ຢູ່ໃນກຸ່ມເຂດບາງກອກກາງສະພາບພື້ນທີ່ປະກອບໄປດ້ວຍ ແຫຼ່ງການຄ້າ ແຫຼ່ງທີ່ຢູ່ອາໄສໜາແໜ້ນຫຼາຍ ເຂດທະຫານ ແຫຼ່ງທ່ອງທ່ຽວເຊິງປະຫວັດສາດແລະສິລະປະວັດທະນະທຳ ນອກຈາກນີ້ຍັງເປັນສະຖານທີ່ທີ່ຕັ້ງລັດຖະສະພາ ກະຊວງຕ່າງໆ ແລະພະລາຊະວັງ ຈຶງເຮັດໃຫ້ເຂດນີ້ມີລັກສະນະຮາວກັບວ່າເປັນເຂດການປົກຄອງສ່ວນກາງຂອງປະເທດໄທແລະທີ່ທຳການສຳນັກງານສ່ວນພາກພື້ນແລະສຳນັກງານປະຈຳປະເທດໄທຂອງອົງການສະຫະປະຊາຊາດແລະຂອງອົງການລະຫວ່າງປະເທດຫຼາຍອົງການກໍຢູ່ໃນພື້ນທີ່ເຂດນີ້

ແບ້

ແບ້ (ຊື່ວິທະຍາສາດ: Capra aegagrus hircus) ເປັນສັດສີ່ຕີນແນວນຶ່ງ ເປັນສັດຄ້ຽວເອື້ອງ ໂຕຂະໜາດງົວນ້ອຍ. ຈັດຢູ່ໃນກຸ່ມຍ່ອຍຂອງແບ້ບ້ານທີ່ມີວິວັດທະນາການມາຈາກແບ້ປ່າໃນອາຊີຕາເວັນຕົກສຽງໃຕ້ແລະເອີລົບຕາເວັນອອກ. ຢູ່ໃນສະກຸນ Bovidae ແລະມີຄວາມໃກ້ຄຽງກັບແກະ ໂດຍສັດທັງສອງແນວຢູ່ໃນວົງຍ່ອຍແກະແລະແບ້ (Caprinae). ປັດຈຸບັນຄາດວ່າມີແບ້ກວ່າ 300 ສາຍພັນ.. ແບ້ເປັນປະສຸສັດທີ່ຢູ່ຮ່ວມກັບມະນຸດມາດົນ ໂດຍມະນຸດໃນຫຼາຍບ່ອນຂອງໂລກ ມັກລ້ຽງແບ້ເພື່ອເປັນອາຫານ ຫຼືເອົານ້ຳນົມ ຂົນຫຼືໜັງ. ເມື່ອຄ.ສ. 2011 ມີແບ້ກວ່າ 924 ລ້ານໂຕທົ່ວໂລກ ຕາມຂໍ້ມູນຂອງອົງການອາຫານແລະການກະເສດແຫ່ງສະຫະປະຊາຊາດ.

ເປັນພາສາອື່ນໆ

This page is based on a Wikipedia article written by authors (here).
Text is available under the CC BY-SA 3.0 license; additional terms may apply.
Images, videos and audio are available under their respective licenses.