ວິທະຍາສາດ

ວິທະຍາສາດ (ຄຳເຄົ້າ: ວິທຍາສາສຕຣ໌[໑]) ໝາຍເຖິງ ຄວາມຮູ້ກ່ຽວກັບສິ່ງຕ່າງ ໆ ໃນທຳມະຊາດທັງທີ່ມີຊີວິດແລະບໍ່ມີຊີວິດ ລວມທັງກະບວນການປະມວນຄວາມຮູ້ຢ່າງປະຈັກ ທີ່ເອີ້ນວ່າກະບວນການທາງວິທະຍາສາດ ແລະກຸ່ມຂອງອົງຄວາມຮູ້ທີ່ໄດ້ຈາກກະບວນການດັ່ງກ່າວ.

ການສຶກສາໃນດ້ານວິທະຍາສາດຍັງຖືກແບ່ງຍ່ອຍອອກເປັນ ວິທະຍາສາດທຳມະຊາດ ແລະ ວິທະຍາສາດປະຍຸກ. ຄຳວ່າ science ໃນພາສາອັງກິດ ເຊິ່ງແປວ່າ ວິທະຍາສາດນັ້ນ ມາຈາກພາສາລາແຕັງ ຄຳວ່າ scientia ເຊິ່ງໝາຍຄວາມວ່າ ຄວາມຮູ້.

ປັດຊະຍາວິທະຍາສາດ

ຄວາມສຳເລັດອັນຍິ່ງໃຫຍ່ຂອງວິທະຍາສາດໃນປະຫວັດມະນຸດ ໄດ້ສ້າງປະເດັນຄຳຖາມທາງປັດຊະຍາໄວ້ຫຼາຍຫຼວງ. ໂດຍນັກປັດຊະຍາວິທະຍາສາດໄດ້ຕັ້ງຄຳຖາມທາງປັດຊະຍາທີ່ສຳຄັນດັ່ງນີ້

  • ສິ່ງໃດແມ່ນໂຕແບ່ງແຍກຄວາມຮູ້ທາງວິທະຍາສາດກັບຄວາມຮູ້ປະເພດອື່ນ ໆ ເຊັ່ນ ໂຫລາສາດ.
  • ຄວາມຮູ້ທາງວິທະຍາສາດແມ່ນຄວາມຈິງຫຼືບໍ່.
  • ຄວາມຮູ້ທາງວິທະຍາສາດເຊື່ອຖືໄດ້ພຽງໃດ.
  • ວິທະຍາສາດມີປະໂຫຍດຈິງ ໆ ຫຼືບໍ່.
  • ສີລະທຳຂອງວິທະຍາສາດທີ່ເໝາະສົມ ແມ່ນຮູບແບບໃດ.

ປະເດັນເຫຼົ່ານີ້ຍັງແມ່ນທີ່ຖົກຖຽງໃນໝູ່ນັກປັດຊະຍາວິທະຍາສາດຢ່າງຫຼາຍໃນປະຈຸບັນ ແລະບໍ່ມີຄວາມເຫັນໃດທີ່ໄດ້ຮັບການຍອມຮັບທົ່ວໄປອີກເລີຍທີດຽວ.

ອ້າງອີງ

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.
ກະສວຍອາວະກາດ

ກະສວຍອາວະກາດ (space shuttle) ແມ່ນ ຍານອາວະກາດ ແບບໄປກັບ ທີ່ ສະຫະລັດອາເມລິກາຜະລິດ ແລະ ນຳໃຊ້ເປັນປະເທດທຳອິດໃນໂລກ. ປະຈຸບັນ ການສົ່ງ ນັກອາວະກາດ ຂອງ ອາເມລິກາ ຫລື ໂດຍ ອາເມລິກາ ໄປ ອາວະກາດ ຈະເຮັດ ໂດຍ ກະສວຍອາວະກາດນີ້. ກະສວຍອາວະກາດ ມີ ຮູບຮ່າງຄ້າຍຄືຍົນໃຫຍ່ ເຊິ່ງ ຈະຖືກ ສົ່ງໄປ ອາວະກາດ ໂດຍຕິດໃສ່ ກັບຈະຫລວດສົ່ງ. ກະສວຍອາວະກາດນີ້ ຈະກັບຄືນມາໂລກໄດ້ ໂດຍເວິ່ນລົງມາ ແລະ ສາມາດນຳໃຊ້ໄດ້ຫລາຍຄັ້ງ. ອັນນີ້ ຈະແຕກຕ່າງກັບ ລະບົບ ສົ່ງ ນັກອາວະກາດ ໂດຍ ຈະຫລວດ ແບບ ລັດເຊຍ ຫລື ອະດີດສະຫະພາບໂຊວຽດ ທີ່ ຈະຖິ້ມເລີຍ ແລະ ນັກອາວະກາດ ຕ້ອງກັບມາໂລກຄືນ ໂດຍນັ່ງຢູ່ໃນ ຫ້ອງເຫລັກຫ້ອຍຈ້ອງ ລົງມາ.

ການສະໜອງ ແລະ ຄວາມຕ້ອງການ

ແບບຈຳລອງ ການສະໜອງ ແລະ ຄວາມຕ້ອງການອະທິບາຍປະຕິກິລິຍາລະຫວ່າງ ຜູ້ຜະລິດ ແລະ ຜູ້ຊົມໃຊ້ທີ່ກ່ຽວຂ້ອງກັບ ລາຄາ ແລະ ຍອດຂາຍ ຂອງ ສິນຄ້າໃດໜຶ່ງ ໃນ ຕະຫຼາດ. ມັນແມ່ນ ແບບຈຳລອງພື້ນຖານ ໃນ ເສດຖະສາດມະຫາພາກ, ແລະ ຖືກນຳໃຊ້ເພື່ອອະທິບາຍ ຫຼາຍໆສົມມຸດຕິຖານ ໃນ ເສດຖະສາດມະຫາພາກ. ທິດສະດີດັ່ງກ່າວ ຄິດຄົ້ນຂຶ້ນໂດຍ Antoine Augustin Cournot, ແລະ ເຜີຍແຜ່ໃຫ້ເປັນທີ່ຮູ້ຈັກທົ່ວໄປ ໂດຍ Alfred Marshall.

ການເມືອງ

ການເມືອງແມ່ນ ລະບົບ ທີ່ ກຸ່ມຄົນ, ອົງກອນ ທຳການຕັດສິນໃຈ ກ່ຽວກັບ ບັນຫາ ກ່ຽວເນື່ອງກັບ ການເຄື່ອນໄຫວ ຂອງ ລັດຖະບານ ແລະ ສັງຄົມ. ລັດຖະສາດ (political sciences) ແມ່ນ ວິທະຍາສາດ ທີ່ ສຶກສາ ກ່ຽວກັບ ການເມືອງ. ມັນເປັນການຍາກ ທີ່ ຈະຈັດປະເພດລະບອບການເມືອງ ຢ່າງຊັດເຈນ ແລະ ກຳວ່າ ປະເທດໃດສັງກັດຢູ່ ໃນ ປະເພດໃດແທ້, ແຕ່ ລະບອບການເມືອງ ອາດຈະສາມາດແບ່ງໃຫຍ່ໆ ຕາມ ລັກສະນະຂອງມັນ ອອກເປັນ ລະບອບສັກດີນາ, ລະບອບສັງຄົມນິຍົມ, ລະບົບທຶນນິຍົມ,ລະບອບປະຊາທິປະໄຕ, ລະບອບອານາທິປະໄຕ, ລະບອບຜະເດັດການ ເປັນຕົ້ນ.

ຄະນິດສາດ

ຄະນິດສາດ (ຄຳເຄົ້າ: ຄນິຕສາສຕຣ໌) ແມ່ນ ວິທະຍາສາດ ກ່ຽວກັບ ຈຳນວນ, ໂຄງສ້າງ, ກາງຫາວ ແລະ ການປ່ຽນແປງ. ການນຳໃຊ້ ຄວາມຮູ້ພື້ນຖານ ກ່ຽວກັບ ຄະນິດສາດ ແມ່ນ ເລີ່ມແຕ່ ສະໄໝເອຢິບບູຮານ, ເມໂສໂປຕາເມຍ, ອິນເດຍບູຮານ, ຈີນບູຮານ ແລະ ເກຣັກບູຮານ. ເວົ້າໄປແລ້ວ ຄະນິດສາດ ແມ່ນ ວິທະຍາສາດພື້ນຖານ ຫຼື ເຄື່ອງມື ທີ່ຈຳເປັນ ໃນ ເກືອບທຸກໆ ຂະແໜງວິຊາ.

ຈິຕະວິທະຍາ

ຈິຕະວິທະຍາ (ຄຳເຄົ້າ: ຈິຕວິທຍາ) ແມ່ນ ວິທະຍາສາດ ທີ່ ສຶກສາກ່ຽວກັບ ພຶດຕິກຳ ແລະ ຂະບວນການຂອງ ຈິດໃຈ ນອກນັ້ນ ຍັງໄດ້ສຶກສາ ແນວຄິດ, ຈິດໃຈ, ຄວາມຄິດ, ຄວາມຮູ້ສຶກ, ຄວາມສົນໃຈ, ແຮງຈູງໃຈ ໂດຍຜ່ານພຶຕິກຳທີ່ສະແດງອອກທັງພາຍໃນ ແລະ ພາຍນອກ. ມັນຈະແຕກຕ່າງ ກັບ ສັງຄົມສາດອື່ນໆ ຢູ່ ບ່ອນວ່າ ເປົ້າໝາຍ ການຄົ້ນຄວ້າແມ່ນ ລະດັບບຸກຄົນໃນ ຂະນະທີ່ ຫົວໜ່ວຍການຄົ້ນຄວ້າ ໃນສັງຄົມສາດ ຂະແໜງອື່ນໆ ຈະແມ່ນ ລະດັບສັງຄົມເປັນສ່ວນໃຫຍ່.

ຊີວະສາດ

ຊີວະສາດ (ຄຳເຄົ້າ: ຊີວະສາດ, ພາສາອັງກິດ biology ມາຈາກ ພາສາເກຣັກ ແປວ່າ ການສຶກສາຊີວິດ) ແມ່ນ ວິທະຍາສາດ ທີ່ສຶກສາ ກ່ຽວກັບ ສິ່ງມີຊີວິດ.

ຍານອາວະກາດ

ຍານອາວະກາດ (ຄຳເຄົ້າ: ຍານອວກາສ, ອັງກິດ: spacecraft, ຝະລັ່ງ: véhicule spatial) ແມ່ນ ຍານພະຫະນະ ທີ່ ຄົນສາມາດ ຂັບຂີ່ໄປສູ່ ອາວະກາດ. ຄວາມຈິງແລ້ວ ມັນບໍ່ມີກຳນົດເອກະພາບວ່າ ແຕ່ໃສໄປ ແມ່ນ ອາວະກາດ. ສະຫະພັນການບິນສາກົນ (FAI) ກຳນົດເອົາ ຈຸດທີ່ສູງ 100 km ຂຶ້ນໄປ ເປັນອາວະກາດ ໃນຂະນະທີ່ ທະຫານອາເມລິກາ ກຳນົດເອົາ ຈຸດທີ່ສູງກ່ວາ 92,6 km ຂຶ້ນໄປ ເປັນ ອາວະກາດ. ວົງໂຄຈອນ ຂອງ ກະສວຍອາວະກາດ ທີ່ບິນອ້ອມໂລກ ຂອງ ສະຫະລັດອາເມລິກາ ໃນ ປະຈຸບັນ ທີ່ກໍຖືວ່າ ແມ່ນ ການບິນອາວະກາດຄືກັນນັ້ນ ແມ່ນ ຢູ່ ໃນລະດັບຄວາມສູງ ແຕ່ 185 ຫາ 578 km ເທົ່ານັ້ນ.

ດາຣາສາດ

ດາລາສາດ (ຄຳເຄົ້າ: ດາຣາສາສຕຣ໌; ຝະລັ່ງ: Astronomie) ໝາຍເຖິງ ວິທະຍາສາດທີ່ ສຶກສາກ່ຽວກັບ ການສັງເກດແລະອະທິບາຍທຳມະຊາດຂອງດວງດາວ, ໝູ່ດາວແລະວັດຖຸເທິງທ້ອງຟ້າ. ເປັນການສືກສາຕົ້ນກຳເນີດ ວິວັດທະນາການ ຄຸນລັກສະນະທາງໂຄງສ້າງແລະທາງເຄມີຂອງວັດຖຸຕ່າງໆ ເຊັ່ນ ດາວຫາງ ການປ່ຽນແປງຄວາມສະຫວ່າງຂອງດາວເປັ່ງແສງ. ບາງຄົນອາດເຂົ້າໃຈຜິດ ໂດຍການນຳດາລາສາດໄປປະປົນ ກັບໂຫລາສາດ ເຖິງວ່າທັງສອງຢ່າງນີ້ຈະມີຈຸດກຳເນີດຮ່ວມກັນ ແຕ່ປັດຈຸບັນມັນມີຄວາມແຕກຕ່າງຫຼາຍ ຄື ນັກດາລາສາດໃຊ້ວິທີທາງວິທະຍາສາດ ແລະ ບໍ່ແມ່ນ ເພື່ອ ການຄາດເດົາອານາຄົດ ໃນຂະນະທີ່ ນັກໂຫລາສາດຈະ ໃຊ້ຫລັກສະຖິຕິ ແລະ ຄະນິດສາດ ເພື່ອ ຄາດຄະເນອານາຄົດ.

ດາວເຄາະ

ດາວເຄາະ (ກະເລັກ: πλανήτης; ອັງກິດ: planetes) ຫຼື ດາວພະເນຈອນ ຫຼື ດາວເຄື່ອນຍ້າຍ ແມ່ນວັດຖຸຂະໜາດໃຫຍ່ທີ່ໂຄຈອນຮອບດາວຄົງຕົວ ກ່ອນທົດສະວັດຕາເວັນຕົກ 1990. ມີດາວເຄາະທີ່ເຮົາຮູ້ຈັກພຽງ 8 ດວງ (ທັງໝົດຢູ່ໃນລະບົບສຸລິຍະ) ແຕ່ປັດຈຸບັນເຮົາຮູ້ຈັກດາວເຄາະໃໝ່ອີກຫຼາຍກວ່າ 100 ດວງ ອັນເປັນດາວເຄາະນອກລະບົບ ເຊິ່ງໂຄຈອນຮອບດາວລືກດວງອື່ນທີ່ບໍ່ແມ່ນດວງອາທິດ.

ປະເທດສີລັງກາ

ສີລັງກາ (ສິງຫະລະ: ශ්රී ලංකා; ທະມິນ: இலங்கை) ຫຼືຊື່ທາງການວ່າ ສາທາລະນະລັດສັງຄົມນິຍົມປະຊາທິປະໄຕສີລັງກາ (ສິງຫະລະ: ශ්රී ලංකා ප්රජාතාන්ත්රික සමාජවාදී ජනරජය; ທະມິນ: இலங்கை சனநாயக சோசலிசக் குடியரசு) ແມ່ນປະເທດເກາະໃນມະຫາສະໝຸດອິນເດຍຕອນເໜືອ ນອກຊາຍຝັ່ງຕາເວັນອອກສຽງໃຕ້ຂອງອະນຸທະວີບອິນເດຍ ຊື່ໃນອະດີດໄດ້ແກ່ ລັງກາ ລັງກາທະວີບ ສິງຫະລະທະວີບ ແລະ ຊີລອນ ຊຶ່ງເປັນຊື່ທີ່ໃຊ້ໃນສະໄໝອານານິຄົມຈົນຮອດ ພ.ສ. 2517 ມີພົມແດນທາງທະເລຕິດຕໍ່ກັບອິນເດຍທາງທິດຕາເວັນຕົກສຽງເໜືອ ແລະມັນດີບທາງທິດຕາເວັນຕົກສຽງໃຕ້

ປະເທດໄທ

ປະເທດໄທ (ຄຳເຄົ້າ: ປເທສໄທຍ໌, ໄທ: ประเทศไทย) ຫຼື ຣາຊະອານາຈັກໄທ (ຄຳເຄົ້າ: ຣາຊອານາຈັກຣໄທຍ໌, ໄທ: ราชอาณาจักรไทย, ອັງກິດ: Kingdom of Thailand) ແມ່ນຣັດຊາດອັນຕັ້ງຢູ່ເທິງຄາບສະໝຸດອິນໂດຈີນແລະມະລາຢູ ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ມີພົນແດນດ້ານຕາເວັນອອກກັບປະເທດລາວແລະປະເທດກຳປູເຈຍ ທິດໃຕ້ເປັນແດນຕໍ່ແດນປະເທດມາເລເຊຍແລະອ່າວໄທ ທິດຕາເວັນຕົກຕິດທະເລອັນດາມັນແລະປະເທດພະມ້າແລະທິດເໜືອຕິດປະເທດພະມ້າແລະລາວ ມີແມ່ນ້ຳຂອງກັ້ນເປັນບາງຣະຍະ ມີສູນກາງການບໍຣິຫານຣາຊະການແຜ່ນດິນຢູ່ທີ່ບາງກອກແລະການປົກຄອງສ່ວນພາກພື້ນ ຈັດຣະບຽບເປັນ76 ຈັງຫວັດ ແມ້ນຈະມີຣະບອບຣາຊາທິປະໄຕພາຍໃຕ້ຣັດຖະທຳມະນູນແລະປະຊາທິປະໄຕຣະບົບຣັດຖະສະພາ ໃນ ພ.ສ. 2475 ແຕ່ກອງທັບຍັງມີບົດບາດໃນການເມືອງ ຫຼ້າສຸດ ເກີດຣັດຖະປະຫານ ເມື່ອວັນທີ່ 22 ພຶດສະພາ ພ.ສ. 2557 ແລະປະເທດໄທປົກຄອງແບບຜະເດັດການທະຫານ

ປະເທດໄທມີຂະໜາດໃຫຍ່ເປັນອັນດັບທີ່ 51 ຂອງໂລກ ມີເນື້ອທີ່ 513,115 ຕາຣາງກິໂລແມັດແລະມີປະຊາກອນຫຼາຍເປັນອັນດັບທີ່ 20 ຂອງໂລກຄືປະມານ 66 ລ້ານຄົນ ກັບທັງຍັງເປັນປະເທດອຸສາຫະກຳໃໝ່ ໂດຍມີຣາຍໄດ້ຫຼັກຈາກພາກອຸສາຫະກຳແລະການບໍຣິການ ໄທມີແຫຼ່ງທ່ອງທ່ຽງທີ່ມີຊື່ສຽງ ເຊັ່ນ ພັດທະຍາ, ພູເກັດ,ບາງກອກແລະຊຽງໃໝ່ ເຊິ່ງສ້າງຣາຍໄດ້ໃຫ້ແກ່ປະເທດເຊັ່ນດຽວກັບການສົ່ງອອກອັນມີສ່ວນສຳຄັນໃນການພັດທະນາເສດຖະກິດແລະດ້ວຍຈີດີພີຂອງປະເທດ ເຊິ່ງມີມູນຄ່າຮາວ 334,026 ລ້ານດອລລ່າສະຫະຣັດ ຕາມທີ່ປະມານໃນ ພ.ສ. 2553 ເສດຖະກິດຂອງປະເທດໄທນັບວ່າໃຫຍ່ເປັນອັນດັບທີ່ 32 ຂອງໂລກ

ໃນອານາເຂດປະເທດໄທພົບຫຼັກຖານຂອງມະນຸດເຊິ່ງມີອາຍຸເກົ່າແກ່ເຖິງຫ້າແສນປີ ນັກປະຫວັດສາດມັກຖືວ່າອານາຈັກສຸໂຂໄທເປັນຈຸດເຣີ່ມຕົ້ນຂອງປະຫວັດໄທ ເຊິ່ງຕໍ່ຕົກຢູ່ໃນອິດທິພົນຂອງອານາຈັກອະຍຸດທະຍາອັນມີຄວາມຍິ່ງໃຫຍ່ກວ່າ ແລະມີການຕິດຕໍ່ກັບຊາດຕາເວັນຕົກ ອານາຈັກອະຍຸດທະຍາມີອາຍຸຍືນຍາວ 417 ປີກໍເສື່ອມອຳນາດແລະລົ່ມສະຫຼາຍໄປໂດຍສິ້ນເຊິງ ສົມເດັດພຣະເຈົ້າກຸງທົນບຸຣີຊົງກອບກູ້ເອກະຣາດແລະສະຖາປະນາອານາຈັກທົນບຸຣີເຫດການຄວາມວຸ່ນວາຍໃນຣະຍະປາຍອານາຈັກນຳໄປສູ່ຍຸກສະໄໝຂອງຣາຊະວົງຈັກກີແຫ່ງກຸງຣັດຕະນະໂກສິນ ໃນຣະຍະຕົ້ນກຸງປະເທດຜະເຊີນໄພຄຸກຄາມຈາກຊາດໄກ້ຄຽງ ແຕ່ຫຼັງຣາດຊະສະໄໝພຣະບາດສົມເດັດພຣະຈອມເກົ້າເຈົ້າຢູ່ຫົວເປັນຕົ້ນມາ ຊາດຕາເວັນຕົກເຣີ່ມມີອິດທິພົນໃນພາກພື້ນເປັນຢ່າງຫຼາຍ ນຳໄປສູ່ການເຂົ້າເປັນພາຄີແຫ່ງສົນທິສັນຍາຫຼາຍສະບັບ ແລະການເສຍດິນແດນບາງສ່ວນ ແຕ່ສະຫຍາມກໍຍັງທັມຣົງຕົນບໍ່ໄດ້ເປັນອານານິຄົມຂອງຊົນຊາດໃດໆ ຕໍ່ມາຈົນຣະຍະສົງຄາມໂລກຄັ້ງທີ 1 ໄທໄດ້ເຂົ້າຮ່ວມກັບຝ່າຍສັມພັນທະມິດ

ໃນປີ ຄ.ສ. 1932 ປະເທດໄທໄດ້ມີການປະຕິວັດປ່ຽນແປງຣະບອບສົມບູຣະນາຍາສິດທິຣາດມາເປັນຣະບອບຣາຊາທິປະໄຕພາຍໃຕ້ຣັດຖະທຳມະນູນຕາມບໍຣິບົດຂອງການປ່ຽນແປງທົ່ວໂລກແລະໄທໄດ້ເຂົ້າກັບຝ່າຍອັກສະໃນຣະຫວ່າງສົງຄາມໂລກຄັ້ງທີສອງຈົນຣະຍະສົງຄາມເຍັນ ສະຫຍາມໄດ້ດຳເນິນນະໂຍບາຍເປັນສຳພັນທະມິດກັບອາເມຣິກາແລະເຂົ້າມາມີບົດບາດໃນການສະນັບສະໜຸນຣັດຖະບານທະຫານໃນຍຸກນັ້ນຢ່າງຫຼາຍ ແລະແມ້ນປະເທດໄທຈະເຣີ່ມປ່ຽນມາສູ່ຍຸກຣັດຖະບານຂອງພົນລະເຮືອນ ແຕ່ຄວາມສະຖຽນຣະພາບຂອງຣະບົບການເມືອງການປົກຄອງໄທຍັງຄົງຂາດຄວາມຕໍ່ເນື່ອງອັນມີບັນຫາມາຈາກການແຊກແຊງໂດຍກອງທັບຈົນຮອດປັດຈຸບັນ

ມະນຸດ

ຜູ້ຄົນ ຫຼື ມະນຸດ (ຊື່ວິທະຍາສາດ: Homo sapiens, ພາສາລາແຕັງແປວ່າ "ຄົນຫົວໄວ" ຫຼື "ຜູ້ຮູ້"; ຝະລັ່ງ: humain) ແມ່ນແອສະແປດດຽວທີ່ຍັງມີຊີວິດຢູ່ໃນສະກຸນ Homo ໃນທາງກາຍະວິພາກ ມະນຸດສະໄໝໃໝ່ຖືກຳເໜີດຂຶ້ນໃນທະວີບອາຟະລິກປະມານ 200,000 ປີທີ່ແລ້ວ ແລະບັນລຸຄວາມນຳສະໄໝທາງພຶຕິກຳ (behavioral modernity) ຢ່າງສົມບູນເມື່ອປະມານ 50,000 ປີທີ່ແລ້ວ.

ສະຖາປັດຕະຍະກຳ

ສະຖາປັດຕະຍະກຳ (ຄຳເຄົ້າ: ສຖາປັຕຍກັມ, architecture) ແມ່ນ ສິລະປະ ຫຼື ວິທະຍາສາດ ກ່ຽວກັບ ການອອກແບບ ອາຄານ ແລະ ສິ່ງປຸກສ້າງ. ນອກຈາກນີ້​ ຄຳວ່າ ສະຖາປັດຕະຍະກຳ ຍັງ ຖືກໃຊ້ ເພື່ອ ໝາຍຄວາມເຖິງ ອາຄານ ຫຼື ສິ່ງປຸກສ້າງນັ້ນເລີຍ ກໍ່ມີ. ຜູ້ ທຳການອອກແບບ ຈະຖືກເອີ້ນວ່າ ສະຖາປະນິກ(ພາສາອັງກິດ: architect) ຫຼື ນັກສະຖາປະນິກ.

ສັງຄົມສາດ

ວິຊາ ສັງຄົມສາດ (social science) ຄືສາຂາວິຊາທີ່ໃຊ້ລະບຽບວິທີທາງວິທະຍາສາດເພື່ອສຶກສາໂລກໃນເລື່ອງທີ່ກ່ຽວຂ້ອງກັບຄວາມສຳພັນລະຫວ່າງມະນຸດໜ່ວຍສັງຄົມຕ່າງໆຂອງມະນຸດ ລວມທັງພຶດຕິກຳຂອງມະນຸດໃນທິດທາງຕ່າງໆ ວິຊາໃນສັງຄົມສາດແຕກຕ່າງຈາກວິຊາໃນກຸ່ມມະນຸດສາດ ເນື່ອງຈາກຫຼາຍໆສາຂາວິຊາໃນສັງຄົມສາດເນັ້ນການຫາຄວາມຮູ້ ແລະ ຄວາມສຳພັນຂອງປັດໄຈຕ່າງໆ ທີ່ສົ່ງຜົນຕໍ່ການດຳເນີນພຶດຕິກຳຂອງມະນຸດ ແລະ ປາກົດການທາງສັງຄົມດ້ວຍຂະບວນການແບບປະຕິຖານ ແລະ ປະຈັກນິຍົມ ທາງດ້ານປະລິມານ (quantitative method) ແລະ ທາງດ້ານຄຸນນະພາບ (qualitative method) ຢ່າງເປັນວິທະຍາສາດ ເຖິງຢ່າງໃດກໍ່ຕາມບາງສາຂາກໍ່ອາດຈະນຳລະບຽບວິທີທາງຄຸນນະພາບແບບຕີຄວາມການຄາດຄະເນ ວິເຄາຕາມຫຼັກປັດຊະຍາ ແລະ ຕະກະ ຫຼື ຄວາມເຊື່ອສ່ວນບຸກຄົນ ແລະ ການວິຈານມາໃຊ້ໃນການອະທິບາຍພຶດຕິກຳໃນບາງກໍ່ລະນີທີ່ເໝາະສົມຫາກຈຳເປັນ ເຖິງແມ່ນວ່າ ລະບຽບວິທີການການສຶກສາທາງສັງຄົມແບບໃໝ່ໄດ້ຮັບອິດທິພົນຈາກສັງຄົມສາດແບບອາເມຣິກາສ່ວນຫຼາຍ ເຮັດໃຫ້ການສຶກສາແບບປະຕິຖານນິຍົມໄດ້ຮັບຄວາມນິຍົມ ແລະ ການຍອມຮັບຫຼາຍກວ່າລະບຽບວິທີແບບເກົ່າທີ່ຄ້າຍຄືກັບສາຂາມະນຸດສາດ

ອຸດສາຫະກຳ

ອຸດສາຫະກຳ (ຄຳເຄົ້າ: ອຸຕສາຫກັມ) ແມ່ນ ຂະແໜງການເສດຖະກິດ ທີ່ກ່ຽວຂ້ອງ ກັບການຜະລິດ ສິນຄ້າ. ອຸດສາຫະກຳ ໃນຮູບແບບປະຈຸບັນ ເລີ່ມພັດທະນາແຕ່ ຊຸມປີ 1800 ທີ່ອີງໃສ່ ການພັດທະນາທາງດ້ານ ເຕັກນິກວິທະຍາສາດ ເຊິ່ງພັດທະນາມາຢ່າງຕໍ່ເນື່ອງຈົນເຖິງທຸກມື້ນີ້. ຫຼາຍໆປະເທດທີ່ພັດທະນາແລ້ວ ໃນໂລກ (ເຊັ່ນ ອາເມລິກາ, ຍີ່ປຸ່ນ) ຈະມີເສດຖະກິດ ທີ່ ອີງໃສ່ ຂະແໜງອຸດສາຫະກໍາ ໃນລະດັບສູງ.ອຸດສາຫະກຳປຸງແຕ່ງ ແມ່ນ ກິດຈະກຳການຜະລິດດ້ວຍການນຳໃຊ້ເຄື່ອງຈັກ ແລະແຮງງານຄົນຢູ່ໃນໂຮງງານໂດຍຜ່ານຂະບວນການຜະລິດແປຮູບວັດຖຸດິບ ຫລືວັດຖຸເຄີ່ງສຳເລັດຮູບຈາກສະພາບເດີມໄປສູ່ຜະລິດຕະພັນໃໝ່ເປັນສິນຄ້າ.

ເສດຖະສາດ

ຄຳວ່າ ເສດຖະສາດ (ຄຳເຄົ້າ: ເສຣສຖສາສຕຣ໌, ຄຳວ່າ Economics ໃນພາສາອັງກິດ ມາຈາກ ຄຳວ່າ [oikos] ໃນ ພາສາເກຣັກ ເຊິ່ງ ແປວ່າ 'ເຮືອນ', ແລະ [nomos] ເຊິ່ງ ແປວ່າ 'ປົກຄອງ' ແລະ ສາມາດແປລວມໄດ້ວ່າ "ການປົກຄອງເຮືອນ") ແມ່ນ ສັງຄົມສາດ ຂະແໜງໜຶ່ງ ທີ່ສຶກສາ ກ່ຽວກັບ ການຜະລິດ (Production), ການແຈກຢາຍ (Distribution), ການຄ້າ (Trade) ແລະ ການຊົມໃຊ້ (Consumption) ສິນຄ້າ (Goods) ແລະ ການບໍລິການ (Services).

ເສດຖະສາດ ພັດທະນາມາຈາກ ເສດຖະກິດການເມືອງ(Political Economy) ໃນທ້າຍ ສັດຕະວັດທີ 19 ຍ້ອນຄວາມຕ້ອງການຢາກສ້າງມັນໃຫ້ເປັນ ວິທະຍາສາດສັງຄົມ ທີ່ໃຊ້ວິທີການ ທີ່ມີລັກສະນະ ວິທະຍາສາດທຳມະຊາດຫຼາຍຂຶ້ນ. ເປົ້າໝາຍໜຶ່ງ ຂອງ ເສດຖະສາດ ແມ່ນການອະທິບາຍ ກົນໄກຂອງ ແລະ ການຕອບໂຕ້ກັນ ລະຫວ່າງ ອົງກອນ ຂອງ ເສດຖະກິດ. ເສດຖະສາດ ຖືກນຳໃຊ້ ຂະແໜງ ການປົກຄອງ, ການບໍລິຫານທຸລະກິດເປັນຫຼັກ ແຕ່ສາຂາອື່ນໆໃນສັງຄົມສາດ ເຊັ່ນ ການສຶກສາກ່ຽວກັບ ການສຶກສາ, ອາດຊະຍາກຳ, ສາທາລະນະສຸກ , ກົດໝາຍ, ການເມືອງ ແລະອື່ນໆອີກ.

ເສດຖະສາດຈຸນລະພາກ

ເສດຖະສາດຈຸນລະພາກ (ຄຳເຄົ້າ: ເສຣສຖສາສຕຣ໌ຈຸລພາຄ, ຕາມຄຳສັບ ໝາຍເຖິງ ເສດຖະສາດທີ່ນ້ອຍໆ) ແມ່ນ ວິທະຍາສາດສັງຄົມ ທີ່ ກ່ຽວພັນ ກັບ ການສຶກສາ ການແບ່ງປັນທາງດ້ານເສດຖະກິດ ຂອງ ຜົນຜະລິດ ແລະ ລາຍໄດ້ ລະຫວ່າງບຸກຄົນ, ວິສາຫະກິດ ແລະ ຂະແໜງອຸດສາຫະກຳ. ມັນຖືເອົາ ບຸກຄົນ ເປັນທັງ ຜູ້ ສະໜອງ ແຮງງານ, ທຶນ ແລະ ຜູ້ຊົມໃຊ້ໃນຂັ້ນສຸດທ້າຍ ຂອງ ຜະລິດຕະພັນສຳເລັດຮູບ. ມັນວິເຄາະ ວິສາຫະກິດ ໃນນາມ ເປັນຜູ້ສະໜອງ ຜະລິດຕະພັນ ແລະ ຜູ້ຊົມໃຊ້ ແຮງງານ ແລະ ທຶນ. ມັນແມ່ນ ການສຶກສາ ກ່ຽວກັບການປະພຶດ ຂອງ ບຸກຄົນ ແລະ ວິສາຫະກິດ ທີ່ ນຳໃຊ້ ຊັບພະຍາກອນທີ່ບໍ່ພຽງພໍນີ້. ຄວາມບໍ່ພຽງພໍ ໝາຍເຖິງ ສະພາບທີ່ ບໍ່ມີຜູ້ໃດຜູ້ໜຶ່ງ ໃນພວກເຮົາ ຫຼື ວິສາຫະກິດ ທີ່ຈະສາມາດ ເປັນເຈົ້າຂອງທຸກສິ່ງທຸກຢ່າງ ເຊັ່ນ ດິນ, ທຶນ, ແຮງງານ ແລະອື່ນໆ ທັງໝົດໄດ້.

ບັນດາແນວຄວາມຄິດຕົ້ນຕໍໃນເສດຖະສາດຈຸນລະພາກ

ຜົນປະໂຫຍດ (utility)

ຕຳລາຜົນປະໂຫຍດ (utility function)

ຄວາມຕ້ອງການ (demand)ບັນດາບັນຫາຕົ້ນຕໍໃນເສດຖະສາດຈຸນລະພາກ

ບັນຫາການເຮັດໃຫ້ເກີດຜົນປະໂຫຍດສູງສຸດ (utility maximization problem)

ບັນຫາການຈຳກັດລາຍຈ່າຍໃຫ້ຕໍ່າສຸດ (expenditure minimization problem)

ແມັດ

ແມັດ (m)ແມ່ນ ຫົວໜ່ວຍວັດແທກ ຄວາມຍາວ. ມັນ ແມ່ນ ຫົວໜ່ວຍພື້ນຖານ ຂອງ ຄວາມຍາວ ໃນລະບົບຫົວໜ່ວຍສາກົນ(SI) ແລະ ຖືກໃຊ້ໂດຍທົ່ວໄປ ໃນ ຂະແໜງການຕ່າງໆ ຂອງ ວິທະຍາສາດ. ເມື່ອກ່ອນ ສະພາວິທະຍາສາດຝຣັ່ງ ກຳນົດ ໃຫ້ 1 ແມັດ ເທົ່າກັບ 1/10,000,000 ຂອງ ໄລຍະ ທາງ ແຕ່ ເສັ້ນສູນສູດ ຫາ ຂົ້ວໂລກເໜືອ ຜ່ານ ນະຄອນຫຼວງປາຣີ. ແຕ່ ປະຈຸບັນ ມັນຖືກກຳນົດ ໂດຍ International Bureau of Weights and Measures ໃຫ້ ເທົ່າກັບ ໄລຍະທາງ ທີ່ ແສງ ໄປໄດ້ໃນ ສູນຍາກາດ ພາຍໃນ ໄລຍະເວລາ 1/299,792,458 ວິນາທີ.

ເປັນພາສາອື່ນໆ

This page is based on a Wikipedia article written by authors (here).
Text is available under the CC BY-SA 3.0 license; additional terms may apply.
Images, videos and audio are available under their respective licenses.