ພະພົມ

ພະພົມ (ສັນສະກິດ: ब्रह्मा ພຣຫມ; ອັງກິດ: Brahma) ເປັນເທບພະເຈົ້າສູງສຸດ (ຕີມູລະຕິ) ໃນຄະຕິຮິນດູ. ເປັນເທບພະເຈົ້າແຫ່ງການສ້າງແລະຄວາມເມດຕາ. ເປັນພະຜູ້ສ້າງໂລກແລະໃຫ້ກໍາເນີດສິ່ງຕ່າງໆ ໃນຈັກກະວານ ແລະໃຫ້ກໍາເນີດຄຳພີພະເວດ. ມີສີ່ພັກ ພະສໍສວມລູກປະຄໍາ ພະຫັດແຕ່ລະເບື້ອງຖືດອກບົວ, ຄຳພີ ແລະໝໍ້ນ້ຳ. ມີພາຫະນະເປັນຫົງຫຼືຫ່ານ. ພະຊາຍາແມ່ນພະສຸລັດວະດີ ເທພີແຫ່ງສິລະປະວິທະຍາການແລະຄວາມຮອບຮູ້.

ໃນຄຳພີມັດສະຫຍາປຸລານະເລົ່າວ່າ ພະພົມເດີມມີຫ້າພັກ ຍ້ອນພະອົງໃຫ້ຜູ້ຍິງຊື່ ສະຕະຮູບ ເກີດຂຶ້ນມາ. ຄວາມງາມຂອງນາງເຮັດໃຫ້ພະອົງຫຼງໃຫຼ. ເມື່ອນາງໄປທາງໃດ ພະອົງກໍອວ່າຍພະພັກໄປທາງນັ້ນ. ແຕ່ຄັ້ງໜຶ່ງພະອົງດູຖືກພະສິວະ ຈຶ່ງຖືກພະສິວະພິໂລດໃສ່ ແລະໃຊ້ໄຟບັນໄລກັນຈາກພະເນດທີສາມກາງພະນະລາດ ເຜົາພະພັກທີ່ຢູ່ທາງເທິງສຽນຂອງພະພົມ ເທົ້າເຫຼືອພຽງສີ່ພັກ. ແຕ່ອີກຄວາມເຊື່ອໜຶ່ງເລົ່າວ່າ ຍ້ອນພັກທາງເທິງຂອງພະພົມແຈ້ງຫຼາຍ ຈຶ່ງເຮັດໃຫ້ສຸລະແລະອະສຸລະທັງຫຼາຍທົນບໍ່ໄດ້. ພະອົງຈຶ່ງຂໍຮ້ອງໃຫ້ພະສິວະຕັດພັກໃຫ້ [໑].

ມີຄວາມເຊື່ອອີກວ່າພະພົມເປັນຜູ້ສ້າງຄົນໃນວັນນະຕ່າງໆ ຈາກອະໄວຍະວະແຕ່ລະສ່ວນ ໄດ້ແກ່ ພາມເກີດຈາກພະໂອດ, ກະສັດເກີດຈາກເອິກ, ແພດເກີດຈາກທ້ອງ ແລະສູດເກີດຈາກຕີນ[໒].

ຕາມມະຕິຂອງພາມນາຈານແຕ່ບູຮານກ່າວເຖິງຕໍາລາພົມມະຊາດ ວ່າມາຈາກພົມ[໓]. ຕໍາລາພຸດທະລັກສະນະທີ່ລຶສີແຕ່ງໄວ້ກໍມາຈາກພົມ. ເຫດທີ່ຮູ້ເຫັນເຖິງພຸດທະລັກສະນະໄດ້ ຍ້ອນພົມມີອາຍຸຍືນແລະຮູ້ເຫັນເລື່ອງຕ່າງໆ ຢູ່ຕະຫຼອດ. ເມື່ອພາມໜຸ່ມທ່ຽວຫາບ່ອນຮຽນແລະເຮັດຄວາມໂຄລົບໃນຜູ້ເຖົ້າຢູ່ ພະພົມເຫັນແກ່ຄວາມກູນາ. ພໍພະອົງຊາບເລື່ອງ ຈຶ່ງແປງເພດເປັນລຶສີແລ້ວບອກວິຊາ ທັງເລື່ອງມົນ ໄສຍະເວດ ຕໍາລາພະຍາກອນ ຕໍາລາເບິ່ງລັກສະນະຂອງໝໍດູຕ່າງໆ. ພາມຈຶ່ງຖືວ່າມາຈາກພົມ ແລະຖືກັນວ່າເປັນຂອງສັກສິດອັນຈົບງາມ. ແມ່ນວ່າຄຳພີປິງຄະດາບົດ ຕໍາລາໂຕລົກຈືໂຫລາສາດຈີນ ເຖິງຕະຫຼອດຄຳພີໂຫລາສາດຮຸ່ນຫຼັງໆ ກໍກ່າວວ່າໄດ້ມາແຕ່ລຶສີແລະເທວະບັນດານ. ອາຈານທີ່ຮຽນຮູ້ໄວ້ຕ່າງກໍກ່າວເຖິງສິ່ງມົງຄຸນນີ້ໃນທໍານອງດຽວກັນ.

ນິລຸດຕິສາດ

ຄໍາວ່າ "ພົມ" ໝາຍເຖິງ "ຄວາມຈະເລີນ, ຄວາມກວ້າງຂວາງ, ຄວາມຂະຫຍາຍໂຕ ຫຼືຄວາມເບີກບານ" ດັ່ງນັ້ນຕາມຄະຕິແລະວັດຕະປະຕິບັດຕ່າງໆ ທັງໃນສາສະໜາພາມ-ຮິນດູ ແລະພຸດຈຶ່ງມີຄໍາວ່າ ພົມ ປະກອບຄໍາສັບ ເຊັ່ນ "ພົມມະຈັນ", "ພົມມະບຸດ" ຫຼື "ພົມມະວິຫານ ໔" ເປັນຕົ້ນ[໔].

ສາສະໜາພຸດ

ພະພົມເປັນເທວະດາຊັ້ນສູງກວ່າເທວະດາທົ່ວໄປໃນສະກາມາພະຈອນ ແຕ່ມີການວຽນຫວ້າຍຕາຍເກີດດ້ວຍອໍານາດກິເລດ (ໂລພະ ໂທສະ ໂມຫະ ແຕ່ໃນພົບຊາດກ່ອນຈຸຕິແລະປະຕິສົນທິເປັນພົມມີກຸສົນຫຼາຍ ມີຊານສະມາບັດເປັນອາລົມ ເມື່ອຕາຍຈຶ່ງເກີດຢູ່ສະຫວັນຊັ້ນນີ້). ຢູ່ໃນສະຫວັນທີ່ເອີ້ນວ່າຊັ້ນພົມ (ພົມມະພູມ). ແບ່ງອອກເປັນ ໒ ປະເພດ ແມ່ນ ພົມທີ່ມີຮູບ ເອີ້ນວ່າ "ຮູບປະພົມ" ມີ ໑໖ ຊັ້ນ ແລະພົມທີ່ບໍ່ມີຮູບ ເອີ້ນວ່າ "ອະຮູບປະພົມ" ມີທັງໝົດ ໔ ຊັ້ນ ໂດຍອະຮູບປະພົມຈະສູງກວ່າຮູບປະພົມ. ພະອົງບໍ່ມີເພດ ບໍ່ຕ້ອງກິນອາຫານ ເໝືອນສັດຕະວະໂລກໃນພູມອື່ນ ບໍ່ຕ້ອງຂັບຖ່າຍຍ້ອນເບີກບານອິ່ມເອີບໂດຍມີຊານສະມາບັດເປັນອາຫານ.

ອ້າງອີງ

  1. "พระพรหม". ไทยรัฐ. 30 March 2014. ສືບຄົ້ນເມື່ອ 30 March 2014.
  2. ประวัติพระพรหม
  3. คัมภีร์ อสีติธาตุ คำอธิบายท้ายตำราภาคที่สี่ โหราศาสตร์ไทยมาตรฐานฉบับสมบูรณ์ ของ หลวงวิศาลดรุณกร (อ้น สาริกบุตร)
  4. พรหม จากสนุกดอตคอม

ເປັນພາສາອື່ນໆ

This page is based on a Wikipedia article written by authors (here).
Text is available under the CC BY-SA 3.0 license; additional terms may apply.
Images, videos and audio are available under their respective licenses.