ຄວາມຮູ້ສຶກ

ຄວາມຮູ້ສຶກນັ້ນຖ່າຍທອດຂໍ້ມູນກ່ຽວກັບສະຖານະການ ທັງລະດັບຈິດສຳນຶກ ແລະ ຈິດໃຕ້ສຳນຶກ ຜ່ານຢ່າງໜ້ອຍ 30 ປະສາດເຄມີ ຊຶ່ງເຮັດປະຕິກິລິຍາດຽວຫຼືຮ່ວມກັນຢ່າງຊັບຊ້ອນ ຍົກຕົວຢ່າງເຊັ່ນ ຄວາມຮູ້ສຶກຢ້ານ ແປແບບກວ້າງໆ ຄວາມຢ້ານເປັນການຄາດການເຖິງອັນຕະລາຍຫຼືຄວາມເຈັບປວດ ຄວາມຢ້ານເພີ່ມສານເຄມີໃນສະໝອງເຊັ່ນ ​adrenalin ແລະ cortisol ຄວາມຢ້ານນັ້ນມີປະໂຫຍດ ເພາະມັນເກີດຈາກສິ່ງຮອບກາຍຊຶ່ງບົ່ງບອກເຖິງຄວາມສ່ຽງຕໍ່ອັນຕະລາຍຫຼືການປະເຊີນກັບອັນຕະລາຍໂດຍກົງ ເຖິງຢ່າງໃດກໍ່ຕາມ ບາງຄັ້ງໃນສະຖານະການທີ່ບໍ່ມີໄພຄວາມນຶກຄິດ ຈິດໃຕ້ສຳນຶກ ແລະ ຈິນຕະນາການ ກໍ່ສາມາດກໍ່ໃຫ້ເກີດຄວາມຢ້ານໄດ້ ການຮັບຮູ້ເຖິງສິ່ງຮອບກາຍນັ້ນບໍ່ຈຳເປັນວ່າຜູ້ເຫັນຕ້ອງມີປະຕິກິລິຍາໂຕ້ຕອບຄືກັນ ຂື້ນຢູ່ກັບຄວາມເປັນໄປໄດ້ໃນວິທີທີ່ຜູ້ເຫັນຈັດການກັບສະຖານະການ ການກ່ຽວເນື່ອງຂອງສະຖານະການກັບອະດີດຂອງຜູ້ເຫັນ ແລະ ອີກຫຼາຍຫຼາຍປັດໄຈ ຄວາມຄິດ ແລະ ຄວາມຮູ້ສຶກນັ້ນສ່ວນໃຫຍ່ຈະມາພ້ອມກັນ ຄວາມຄິດເປັນການປຽບທຽບຂໍ້ມູນຂອງບາງຢ່າງ ໃນລະຫວ່າງທີ່ຄວາມຮູ້ສຶກເປັນການວິເຄາະຄວາມແຕກຕ່າງຂອງຈາກພາຍໃນ ເມື່ອຄວາມຄິດເຊື່ອມໂຍງເຖິງສາເຫດຂອງຄວາມແຕກຕ່າງຂອງບາງສິ່ງ ຄວາມຮັບຮູ້ຈຶງເຊື່ມກັບລັກສະນະຊຶ່ງຖືກເລືອກໂດຍປະສັບການໃນອະດີດ ສິ່ງນີ້ເອີ້ນວ່າ: ອາລົມ

This page is based on a Wikipedia article written by authors (here).
Text is available under the CC BY-SA 3.0 license; additional terms may apply.
Images, videos and audio are available under their respective licenses.