ການກໍ່ສ້າງ

ການກໍ່ສ້າງ ແມ່ນກິຈະກຳ ການເຮັດໃຫ້ເກີດ ການປະກອບ ຫຼືການຕິດຕັ້ງ ໃຫ້ເກີດເປັນຕຶກ ໂຄງສ້າງ ລະບົບສາທາລະນູປະໂພກ ຫຼືສ່ວນປະກອບຂອງສິ່ງເຊິ່ງບອກກ່າວທາງຕົ້ນ ແລະມັກໝາຍເຖິງວຽກທາງດ້ານໂຍທາເປັນສ່ວນໃຫຍ່.

Alcator C-Mod cell concrete pour
ການກໍ່ສ້າງຂອງຕຶກ
.la

.la ເປັນໂດເມນອິນເຕີເນັດລະດັບສູງສຸດ ຕາມລະຫັດປະເທດ (ccTLD) ສຳລັບປະເທດລາວ ເລີ່ມໃຊ້ແຕ່ປີ ຄ.ສ 1996.

.la ບໍ່ໄດ້ແມ່ນຢູ່ໃນການເບິ່ງແຍງຂອງໜ່ວຍງານໃນປະເທດລາວ ແຕ່ຖືກເບິ່ງແຍງໂດຍບໍລິສັດແຫ່ງໜຶ່ງໃນອາເມຣິກາ.

ແຕ່ປັດຈຸບັນ ລັດຖະບານຕັດສິນໃຈ ກູ້ຢຶມເງິນຈາກ ສປ ຈີນ ຫລາຍກວ່າ 20 ລ້ານໂດລາສະຫະລັດ ສ້າງສູນອິນເຕີເນັດແຫ່ງຊາດຂຶ້ນຫວັງໃຫ້ ເປັນສູນລວມແຫ່ງການສື່ສານແບບປະຕູດຽວ ເພື່ອເຮັດໃຫ້ຂໍ້ມູນມີການຮັບປະກັນໄດ້, ມີຄວາມເປັນລະບົບລະບຽບ, ລາຄາຖືກລົງ, ສັນຍານມີຄວາມຄ່ອງຕົວ, ໂດຍສາມາດໃຫ້ບໍລິການແກ່ມວນຊົນ ໄດ້ຢ່າງພຽງພໍກັບຄວາມຕ້ອງການ, ທັງຈະໃຫ້ບໍລິການໄປຕ່າງປະເທດໄດ້ ໃນຂະນະທີ່ສູນແຫ່ງນີ້ ຈະສຳເລັດ ແລະ ໃຫ້ບໍລິການໄດ້ໃນເດືອນຫນ້າ.

ສູນອິນເຕີເນັດແຫ່ງຊາດ ຫຼື ສ.ອ.ຊ (Lao National Internet) ແມ່ນກົມກອງວິຊາການທຽບເທົ່າກົມໂດຍຂຶ້ນກັບອົງການໄປສະນີ ແລະ ໂທລະຄົມມະນາຄົມແຫ່ງຊາດ ເຊິ່ງຈະເຮັດຫນ້າທີ່ຄຸ້ມຄອງບັນດາຂໍ້ມູນŒຂ່າວສານທຸກຮູບແບບດ້ວຍຈັດຕັ້ງການບໍລິການຜ່ານປະຕູດຽວ ເປັນຕົ້ນຄຸ້ມຄອງລະບົບອິນເຕີເນັດແຫ່ງຊາດ, ໂທລະສັບລວມທັງລະບົບຂໍ້ມູນŒຂ່າວສານທີ່ເອີ້ນວ່າ Call Center ເພື່ອຮັບຜິດ ຊອບຄຸ້ມຄອງລະບົບໂທລະສັບ ແລະ ອິນເຕີເນັດພາຍໃນປະເທດ, ພ້ອມຄຸ້ມຄອງບັນດາບໍລິສັດທີ່ໃຫ້ບໍລິການໂທລະສັບ, ອິນເຕີເນັດ, ມີການເຊື່ອມໂຍງກັບສາກົນ.

ທ່ານ ສົມນຶກ ໂພທິລາດ ຜູ້ອຳນວຍການສູນອິນເຕີເນັດແຫ່ງຊາດ ໄດ້ເປີດເຜີຍໃຫ້ຮູ້ໃນຫວ່າງບໍ່ດົນມານີ້ວ່າ: ໃນໄລຍະຜ່ານມາ ສປປ ລາວ ຍັງບໍ່ທັນມີສູນອິນເຕີເນັດແຫ່ງຊາດ ເພື່ອເປັນສູນລວມໃນການກວດສອບ, ຄຸ້ມຄອງລະບົບອິນເຕີເນັດໂດຍສະເພາະ. ໄລຍະຜ່ານມາ ເຖິງວ່າໄດ້ຮັບອະນຸມັດຈາກ ອົງການສາກົນໄອແຄນແອນນາ ທີ່ມອບລະຫັດຂອງປະເທດລາວ (.la) ໃຫ້ເປັນລະຫັດສູງສຸດຂອງ ລະບົບອິນເຕີເນັດ ແຕ່ລັດຖະບານຍັງບໍ່ມີເງື່ອນໄຂພຽງພໍທີ່ຈະໃຫ້ບໍລິການດ້ານນີ້ ຄືກັບປະເທດອື່ນ, ດັ່ງນັ້ນ ລັດຖະບານກໍ່ຄືຄະນະຮັບຜິດຊອບວຽກງານ (ຄະນະຄຸ້ມຄອງອິນເຕີເນັດແຫ່ງຊາດ) ຈິ່ງມອບໃຫ້ຕ່າງປະເທດນຳໄປບໍລິການນັບແຕ່ປີ 2000 ໂດຍໄດ້ຮັບສ່ວນແບ່ງ ພຽງເລັກນ້ອຍເທົ່ານັ້ນ, ສ່ວນລະບົບອິນເຕີເນັດ ຂອງລາວກໍ່ຕໍ່ຈາກປະເທດເພື່ອນບ້ານ ເຂົ້າມາຊົມໃຊ້ເຮັດໃຫ້ເກີດຄວາມຫຍຸ້ງຍາກຫລາຍ ດ້ານ.

ສະນັ້ນ ເພື່ອສ້າງຄວາມສະດວກສະບາຍ ແກ່ບັນດາບໍລິສັດທີ່ເຮັດທຸລະກິດກ່ຽວກັບອິນເຕີເນັດ, ໂທລະສັບ, ຂໍ້ມູນŒຂ່າວສານຕ່າງໆ ພາຍໃນປະເທດ ລັດຖະບານຈິ່ງຕັດສິນໃຈກູ້ເງິນ 20,4 ລ້ານໂດລາສະຫະລັດ ຈາກ ສປ ຈີນ ມາລົງທຶນສ້າງສູນອິນເຕີເນັດແຫ່ງຊາດ ໂດຍມີໄລຍະກູ້ 20 ປີດອກເບ້ຍ 2% ປອດຫນີ້ 5 ປີ.ປະຈຸບັນການດຳເນີນມີຄວາມຄຶບຫນ້າ 59% ຫລັງຈາກເລີ່ມກໍ່ສ້າງມາແຕ່ເດືອນ ເມສາປີທີ່ຜ່ານມາ, ຄາດວ່າຈະສຳເລັດ ສາມາດເປີດໃຫ້ບໍລິການຢ່າງເປັນທາງການ ໄດ້ໃນເດືອນກັນຍາຂອງປີນີ້ແລະພ້ອມນຳເອົາລະຫັດ .la ມາບໍລິຫານເອງພາຍໃນປະເທດ.

ໃນການລົງທຶນທັງຫມົດ 20,4 ລ້ານໂດລາສະຫະລັດນັ້ນປະກອບມີການສ້າງອາຄານສອງຫລັງ ມູນຄ່າ 2,6 ລ້ານໂດລາສະຫະລັດ ເຊິ່ງອາຄານຫລັງທີຫນຶ່ງທີ່ສ້າງ ສຳເລັດມີມູນຄ່າການກໍ່ສ້າງ 1,5 ລ້ານໂດລາສະຫະລັດ

ເມື່ອສູນນີ້ສາມາດໃຫ້ບໍລິການໄດ້ເຕັມຕົວຈະເຮັດໃຫ້ມີລາຍຮັບເຖິງ 7 ລ້ານໂດລາສະຫະລັດ ຕໍ່ປີແຕ່ເບື້ອງ ຕົ້ນກໍ່ຕ້ອງໄດ້ຈ່າຍດອກເບ້ຍ ເງິນກູ້ຢຶມໃຫ້ ທະນາຄານຂາອອກ-Œຂາເຂົ້າ ສປ ຈີນ ເຊິ່ງຄາດວ່າ ຈະສາມາດຈ່າຍເງິນກູ້ຢຶມທັງຫມົດໄດ້ໃນ ປີ 2019 ກ່ອນໄລຍະທີ່ຕົກລົງ.

ສູນນີ້ຍັງຈະເພີ່ມຄວາມສະດວກສະບາຍແກ່ບໍລິສັດທີ່ເຮັດທຸລະກິດຕ່າງໆ ໂດຍບໍ່ຈຳເປັນຕ້ອງໄປອາໄສຕໍ່ສັນຍານຈາກຕ່າງປະເທດອີກ. ນອກນັ້ນ ຍັງຈະຊ່ວຍສະໜອງການຊົມໃຊ້ຢູ່ພາຍໃນໄດ້ຢ່າງພຽງພໍ, ທັງເຮັດໃຫ້ອັດຕາ ການໃຊ້ຈ່າຍໃນຂົງເຂດວຽກງານດັ່ງກ່າວ ຖືກລົງ, ຄວາມໄວສູງຂຶ້ນ ແລະ ສາມາດຮັບປະກັນແກ້ໄຂບັນຫາອີນເຕີເນັດຕົກ, ສັນຍານໂທລະສັບມີການຂັດຂ້ອງ ພ້ອມນັ້ນ ຍັງຈະເຮັດໃຫ້ການ ສື່ສານຕ່າງໆ ເປັນລະບຽບຮຽບຮ້ອຍ ທັງຮັບປະກັນໄດ້ດ້ານຄວາມປອດໄພ, ທ່ານຜູ້ອຳນວຍການສູນອິນເຕີເນັດແຫ່ງຊາດ.

ປະຈຸບັນ ບໍລິມາດການຊົມໃຊ້ອິນເຕີເນັດໃນລາວມີຫລາຍເກີນຄາດຫມາຍກວມເອົາກວ່າ 57% ຂອງພົນລະເມືອງລາວ, ສ່ວນຕົວເລກ ການຊົມໃຊ້ໂທລະສັບແມ່ນກວມເອົາ 6 ລ້ານກວ່າແລ້ວ.

ກະສິກຳ

ດ້ານກະສິກຳ

ໂດຍຖືເອົາ ວຽກງານກະສິກຳ-ປ່າໄມ້ ເປັນພື້ນຖານ ເພື່ອກໍ່ສ້າງ ແລະ ຂະຫຍາຍອຸດສາຫະກຳ, ໃນຕະຫລອດໄລຍະ 30 ປີຜ່ານມາ, ຂະແຫນງດັ່ງກ່າວ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ລວມຍອດຜະລິດຕະພັນ ກະສິກຳ-ປ່າໄມ້ ເພີ່ມຂຶ້ນ ປະມານ 4-5% ຕໍ່ປີ, ມາຮອດປະຈຸບັນ ກວມເອົາ 52% ຂອງ GDP ໃນນັ້ນຂະແຫນງປູກຝັງ ກວມປະມານ 27%, ລ້ຽງສັດ 19% ແລະ ປ່າໄມ້ 6%.

ອັນພົ້ນເດັ່ນລັດຖະບານໄດ້ສຸມທຶນຮອນ ເຂົ້າໃສ່ການກໍ່ສ້າງພື້ນຖານໂຄງລ່າງ ຮັບໃຊ້ແກ່ ການຜະລິດ ກະສິກຳ ເປັນຕົ້ນແມ່ນ ລະບົບຊົນລະປະທານ ຊຶ່ງມາຮອດປະຈຸບັນ ມີເຖິງ 24.695 ແຫ່ງ, ສາມາດສະຫນອງນ້ຳໃຫ້ແກ່ການຜະລິດລະດູແລ້ງ 215.000 ເຮັກຕາ, ທຽບໃສ່ປີ 1976 ມີເນື້ອທີ່ການຜະລິດລະດູແລ້ງ ທີ່ໄດ້ຮັບນ້ຳຈາກລະບົບຊົນລະປະທານພຽງ 2.700 ກວ່າເຮັກຕາ. ພ້ອມກັນນີ້ ກໍໄດ້ສ້າງສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ຂຶ້ນ ເຊິ່ງເຄື່ອຂ່າຍປະກອບ ມີ 10 ສູນ, 8 ສະຖານີ ແລະ 1 ໂຮງງານຜະລິດຢາວັກຊິນ. ຈາກພື້ນຖານດັ່ງກ່າວເຮັດໃຫ້ຜົນຜະລິດເຂົ້າ ບັນລຸເຖິງ 2.600.000 ໂຕນ ໃນປີ 2005 ທຽບໃສ່ປີ 1976 ຜົນຜະລິດເຂົ້າໄດ້ພຽງ 660.000 ກວ່າໂຕນ. ນັບແຕ່ປີ 2000 ເປັນຕົ້ນມາ ສປປ ລາວ ສາມາດມີເຂົ້າກຸ້ມກິນ ຢ່າງພຽງພໍ, ມີສ່ວນແຮໄວ້ ແລະ ຈຳນວນຫນຶ່ງໄດ້ກາຍເປັນສິນຄ້າ ສົ່ງອອກ, ຊຶ່ງບໍ່ເຄີຍມີມາຈັກເທື່ອໃນປະຫວັດສາດຂອງຊາດລາວ. ນອກຈາກປູກເຂົ້າແລ້ວຍັງໄດ້ປູກພືດ, ລ້ຽງສັດທັງໃນແບບອຸດສາຫະກຳ ແລະ ພື້ນບ້ານ ຊຶ່ງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນນັ້ນການລ້ຽງສັດເພີ່ມຂຶ້ນ ໃນລະດັບ 3% ຕໍ່ປີ, ລ້ຽງປາ ເພີ່ມຂຶ້ນໃນລະດັບ 15% ຕໍ່ປີ, ສາມາດແກ້ໄຂຄວາມຕ້ອງການຂອງ ຕະຫລາດພາຍໃນປະເທດໄດ້ໂດຍພື້ນຖານ ພ້ອມນີ້ກໍມີຫລາຍປະເພດໄດ້ກາຍເປັນສິນຄ້າສົ່ງອອກ ຊຶ່ງມາເຖິງປະຈຸບັນ ມີມູນຄ່າສົ່ງອອກ ປະມານ 70 ລ້ານໂດລາຕໍ່ປີ.

ຂົວມິດຕະພາບ ລາວ-ໄທ ແຫ່ງທຳອິດ

ຂົວມິດຕະພາບ ລາວ-ໄທ ແຫ່ງທຳອິດ ແມ່ນ ຂົວຂ້າມນ້ຳຂອງ ຂະໜາດໃຫຍ່ທຳອິດ ທັງ ພາຍໃນປະເທດ ແລະ ລະຫວ່າງປະເທດ. ປະຈຸບັນ ສຳລັບພາຍໃນປະເທດ ມີ ຂົວຂ້າມນ້ຳຂອງ ຢູ່ ແຂວງຈຳປາສັກ ປະເທດລາວ, ລະຫວ່າງປະເທດ ມີ ຂົວມິດຕະພາບ ລາວ-ໄທ ແຫ່ງທີສອງອີກ.

ຂົວມິດຕະພາບ ລາວ-ໄທ ແຫ່ງທີສອງ

ຂົວມິດຕະພາບ ລາວ-ໄທ ແຫ່ງທີສອງ ແມ່ນ ຂົວທີ່ເຊື່ອມຕໍ່ ແຂວງສະຫວັນນະເຂດ ຂອງ ລາວ ໃສ່ ຈັງຫວັດມຸກດາຫານ ຂອງໄທ. ຂົວດັ່ງກ່າວ ແມ່ນ ສ່ວນໜຶ່ງ ຂອງ ເສັ້ນທາງເສດຖະກິດຕາເວັນອອກຕາເວັນຕົກ ເຊິ່ງມີຄວາມຍາວທັງໝົດ 1450 ກິໂລແມັດ ທີ່ມີ ຈຸດເລີ່ມຕົ້ນຢູ່ ມຽນມ້າ, ຜ່ານໄທ, ລາວ ແລະ ສຸດຢູ່ ຫວຽດນາມ. ການພັດທະນາເສັ້ນທາງ ດັ່ງກ່າວ ແມ່ນ ນອນຢູ່ໃນຂອບວຽກ ການພັດທະນາເຂດອ່າງແມ່ນ້ຳຂອງ ນຳໂດຍ ທະນາຄານພັດທະນາອາຊີ.

ໃນການກໍ່ສ້າງ ມັນເປັນທີ່ໜ້າເສົ້າສະຫລົດໃຈ ທີ່ ມີ ທີ່ປຶກສາ, ວິສະວະກອນ ແລະ ກຳມະກອນ ເສຍຊີວິດ ລວມທັງໝົດ 9 ຄົນ (ຍີ່ປຸ່ນ, ຟິລິປິນ, ໄທ, ລາວ), ບາດເຈັບ 10 ຄົນ (ຍີ່ປຸ່ນ,​ໄທ, ລາວ) ແລະ ຫາຍສາບສູນ 1 ຄົນ (ລາວ) ໃນ ອຸປະຕິເຫດ ເມື່ອ ວັນທີ 27 ກໍລະກົດ ປີ 2005.

ຂົວດັ່ງກ່າວ ຄາດວ່າ ຈະສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ໃນ ແລະ ລະຫວ່າງປະເທດ ທີ່ກ່ຽວຂ້ອງ. ​

ຂົວມິດຕະພາບລາວ-ໄທ ແຫ່ງທີ 3

ຂົວມຶດຕະພາບ ລາວ - ໄທ ແຫ່ງທີ 3

ຂົວມິດຕະພາບລາວ-ໄທ ແຫ່ງທີ 3 ຂ້າມແມ່ນ້ຳຂອງ ແຫ່ງທີ່ 3 ເຊື່ອມຕໍ່ ເມືອງທ່າແຂກ ແຂວງຄຳມ່ວນ ສປປ.ລາວ ແລະ ອຳເພີເມືອງນະຄອນະພນົມ ຈັງຫວັດນະຄອນພະນົມ ປະເທດໄທ

ເຖິງປັດຈຸບັນນີ້ ການກໍ່ສ້າງ ແລ້ວໄປປະມານ 60 ສ່ວນຮ້ອຍ. ຈາກການຄາດໝາຍ ຢ່າງບໍ່ເປັນ ທາງການ ເຫັນວ່າອາດແລ້ວ ພາຍໃນເດືອນ ກັນຍາ 2011 ແລະ ຈະເປີດ ໃຊ້ປະມານ ວັນທີ 11 ເດືອນ 11 ປີ 2011. ເຈົ້າໜ້າທີ່ ຮັບຜິດຊອບ ໂຄງການກໍ່ສ້າງ ຂົວມິຕພາບ ລາວໄທ ແຫ່ງທີ 3 ເວົ້າວ່າ:

"ຄິດວ່າຈະ ເສັດກ່ອນ ສຳເຣັດຕາມໄດ້ ຫາລືກັບ ໂປຣເຈັກ ຝ່າຍໄທ ຄາດວ່າຈະເສັດ ລະຫວ່າງ ເດືອນ 9 ຂອງ 2011 ນີ້ແຫລ໋ະ ປັດຈຸບັນນີ້ ການກໍ່ສ້າງ ຢູ່ທີ່ກາງ ແມ່ນ້ຳຂອງ ດຳເນີນຢູ່ ການຢູ່ກາງນ້ຳ ພາກສ່ວນເທິງ ແລະ ກໍອາຄານ ດ່ານເຂົ້າອອກ ລະຫວ່າງ ສອງເບື້ອງ".

ທ່ານເວົ້າ ຕໍ່ໄປວ່າ ແຜນການກໍ່ສ້າງຂົວ ດັ່ງກ່າວ ຄືບໜ້າໄປ ໄດ້ໄວກວ່າ ກຳນົດທີ່ ທັງສອງປະເທດ ໄດ້ກະໄວ້ ຊຶ່ງຖືວ່າເປັນ ການດີ. ໃນເວລາດຽວກັນ ທາງການລາວ ກໍໄດ້ ກະຕຽມ ດັດແປງພື້ນທີ່ດິນ ໃກ້ໆກັບຂົວ ເພື່ອຈັດໃຫ້ ເປັນເຂດ ເສຖກິດພິເສດ ໂດຍການຂຍາຍ ຖນົນຫົນທາງໃຫ້ມີ ຄຸນນະພາບ ແລະໃຫ້ສາມາດ ເຊື່ອມຕໍ່ກັບ ເສັ້ນທາງ ທີ່ຈະໄປຮອດ ເຂດຊາຍແດນ ວຽດນາມໄດ້ ແລະ ເພື່ອຮອງຮັບ ຄວາມເຕີບໃຫຍ່ ຂອງເສຖກິດ ໃນອະນາຄົດ. ເຈົ້າໜ້າທີ່ ເວົ້າກ່ຽວກັບ ເຣື້ອງນີ້ວ່າ:

"ສຳລັບເຂດ ເສຖກິດ ພິເສດ ກໍດຳເນີນການ ໄປແລ້ວ ກໍມີການ ຈັດສັນເຣື້ອງພື້ນທີ່ ປາກົດວ່າ ສຳເຣັດແລ້ວ 618 ເຮັກຕາ ຢູ່ບໍເວນຕົ້ນຂົວ".

ຂົວມິຕພາບ ລາວໄທ ແຫ່ງທີ 3 ລະຫວ່າງ ຄໍາມ່ວນ ນະຄອນພະນົມ ມີຄວາມຍາວ 780 ແມັດ, ກວ້າງ 13 ແມັດ ແລະມີ 2 ທາງຈະຣາຈອນ. ໂຕຂົວ ຈະເປັນທາງ ປູຊີເມັນ, ຣັຖບານໄທ ໄດ້ຊ່ວຍເຫລືອ ງົບປະມານ ໃນການສ້າງ ມີມູນຄ່າ 60 ລ້ານໂດລາ ສະຫະຣັຖ.

ຂົວມິດຕະພາບລາວ - ໄທ ແຫ່ງທີ 4

ຂົວມິດຕະພາບລາວ - ໄທ ແຫ່ງທີ 4

ຂົວມິດຕະພາບລາວ-ໄທ ຂ້າມແມ່ນ້ຳຂອງແຫ່ງທີ 4 ເຊື່ອມຕໍ່ ບ້ານດອນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ສປປ ລາວ ແລະ ບ້ານດອນມະຫາວັນ ອຳເພີຊຽງຂອງ ຈັງຫວັດຊຽງຣາຍ ປະເທດໄທ ໄລຍະທາງ 248 ກິໂລແມັດ. ຮູບແບບຂອງຂົວ ເປັນຄອນກີດຮູບກ່ອງ (Segmental Concrete Box Girder) ມີຄວາມຍາວລວມທັງຖະໜົນຕັດເຂົ້າຕົວເມືອງຍາວ 11.6 ກິໂລແມັດ, ມີເສົາທັງໝົດ 4 ເສົາ, ມີຄວາມກວ້າງ 14,70 ແມັດ, ເປັນຂົວຂະໜາດ 2 ເລນ, ແຕ່ລະເລນກວ້າງ 3.50 ແມັດ, ທາງຂ້າງ 2 ແມັດ ແລະ ທາງຍ່າງເບື້ອງລະ 1.25 ແມັດ ມີຄວາມຍາວ 480 ແມັດ ເມື່ອລວມກັບທາງທີ່ຕິດຂອບຝັ່ງຈະຍາວປະມານ 630 ແມັດ. ນອກຈາກຂົວແລ້ວຍັງມີໂຄງການກໍ່ສ້າງຖະໜົນ ໄປອີກປະມານ 6 ກິໂລແມັດ ເຂົ້າໃນເຂດຕົວເມືອງຫ້ວຍຊາຍ ເຊິ່ງເປັນຖະໜົນລາດຍາງ ຂະໜາດ 2 ເລນ ລວມທັງມີການກໍ່ສ້າງດ່ານກວດຄົນເຂົ້າເມືອງ ເຊິ່ງເປັນສະຖາປັດຕະຍະກຳແບບລ້ານຊ້າງ ອີກດ້ວຍ. ເຊິ່ງຈະເຊື່ອມຕໍ່ກັບ ເສັ້ນທາງ R3A ທີ່ຈະເຊື່ອມຕໍ່ລະຫວ່າງ ລາວ-ໄທ-ຈີນ ເພື່ອເຊື່ອມໂຍງເສດຖະກິດ ລະຫວ່າງ 3 ປະເທດ. ສ່ວນບໍລິສັດຮັບເໝົາກໍ່ສ້າງແມ່ນ ກຸ່ມ CR5-KT Jiontventure ເຊຶ່ງເປັນການຮ່ວມທຶນລະຫວ່າງ ບໍລິສັດ China Railway No.5 ຂອງຈີນ ແລະ ບໍລິສັດກຸງທົນ ເອັນຈິເນຍຣິງ ຈຳກັດ ຂອງປະເທດໄທ. ການກໍ່ສ້າງຂົວມິດຕະພາບຂ້າມນ້ຳຂອງແຫ່ງທີ 4 ນີ້ ຈະໃຊ້ງົບປະມານຈຳນວນ 1.624 ລ້ານບາດ ໂດຍການສົມທົບທືນ ລະຫ່ວາງ ລັດຖະບານໄທ ແລະ ລັດຖະບານ ສປ ຈີນ ສ່ວນຝ່າຍລາວແມ່ນຮັບຜິດຊອບ ຄ່າຊົດເຊີຍໃນການຍົກຍ້າຍ ໃຫ້ກັບຄອບຄົວຜູ້ທີ່ຖືກຜົນກະທົບ ຊື່ງຄາດວ່າ ການກໍ່ສ້າງຈະໃຫ້ສຳເລັດໃນປີ 2012.

ໂດຍຮູບແບບຂອງການບໍລິການທີ່ສອງຝ່າຍ ຈະໃຊ້ແມ່ນ ການບໍລິການຜ່ານປະຕູດຽວ(Single stop inspection).

ຈັງຫວັດຊົນບຸລີ

ຈັງຫວັດຊົນບຸລີ ຫຼື ເມືອງຊົນ (ໄທ: จังหวัดชลบุรี ຈັງຫວັດຊົລບຸຣີ) ແມ່ນຊື່ແຂວງໃນພາກຕາເວັນອອກທີ່ຕິດອ່າວໄທແຫ່ງໜຶ່ງຂອງປະເທດໄທ. ມີບ່ອນທ່ອງທ່ຽງທີ່ມີຊື່ສຽງຫຼາຍແຫ່ງຂອງປະເທດໄທຕັ້ງຢູ່ ນອກຈາກດ້ານອຸດສາຫະກຳການທ່ອງທ່ຽວແລ້ວ ໃນຂະນະດຽວກັນ ຍັງຖືເປັນຈັງຫວັດທີ່ມີຄວາມສຳຄັນທາງເສດຖະກິດຢ່າງຫຼວງຫຼາຍ ເຊິ່ງຮອງຈາກບາງກອກ ທັງໃນດ້ານພານິຊະຍະກຳແລະອຸດສາຫະກຳຕ່າງໆ ຂອງປະເທດແຫ່ງໜຶ່ງ ໂດຍໃນອະດີດ ຈັງຫວັດຊົນບຸລີ ເຄີຍເປັນແຫຼ່ງບ່ອນຕັ້ງຂອງເມືອງທ່າທີ່ມີຄວາມສຳຄັນຫຼາຍ ແມ່ນແຕ່ໃນປະຈຸບັນ ກໍຍັງຄືຈະເປັນບ່ອນຕັ້ງຂອງທ່າເຮືອທີ່ມີຄວາມສຳຄັນຂອງປະເທດຮອງຈາກທ່າເຮືອບາງກອກ ແມ່ນ ທ່າເຮືອແຫຼມສະບັງ ຍ້ອນວ່າມີທຳເລທີ່ເໝາະສົມ. ຈັງຫວັດຊົນບຸລີ ມີອານາເຂດຕິດກັບຈັງຫວັດສະເຊີງເຊົາ ລະຍອງ ແລະຈັນທະບຸລີ.

ປະຕູໄຊ

ປະຕູໄຊ (Patuxay) ຫລື ອານຸສາວະລີ ແມ່ນສິ່ງກໍສ້າງ ເພື່ອເປັນອານຸສອນ ແກ່ການປະກາດເອກກະລາດຈາກການປົກຄອງຂອງປະເທດຝຣັ່ງ. ຮູບຊົງແມ່ນຮຽນແບບ ປະຕູໄຊເມືອງປາຣີ (Arc de Triomphe) ແຕ່ຕົບແຕ່ງໂດຍສິນລະປະພື້ນເມືອງລາວ. ຖືກສ້າງຂື້ນເມື່ອປີ 1962 ທີ່ໃຈກາງເມືອງວຽງຈັນ ແລະ ລະຫວ່າງກາງຖະຫນົນລ້ານຊ້າງ, ແຕ່ຍ້ອນໄພສົງຄາມກາງເມືອງ ການກໍ່ສ້າງຈິ່ງບໍ່ສໍາເລັດສົມບູນ ແລະ ຖືກປະໄວຈົນເຖິງປັດຈຸບັນ.

ປະເທດກຳປູເຈຍ

ລາຊະອານາຈັກກຳປູເຈຍ (ຂະເໝນ: ព្រះរាជាណាចក្រកម្ពុជា; Preăh Réachéanachâkr Kâmpŭchea) ແມ່ນ ປະເທດໜຶ່ງ ຢູ່ ອາຊີອາຄະເນ ທີ່ມີປະຊາກອນ ຫຼາຍກວ່າ 14 ລ້ານຄົນ. ປະເທດກຳປູເຈຍ ຫຼື ກຳປູເຈຍ ແມ່ນ ລັດສືບທອດ ຂອງ ຈັກກະພັດຂະແມ ເຊິ່ງ ແມ່ນ ລັດຮິນດູ ແລະ ພຸດ ທີ່ ປົກຄອງ ເກືອບທັງໝົດ ແຫຼມອິນດູຈີນແຕ່ ສັດຕະວັດ ທີ່ 11 ຫາ 14. ແຕ່ປະສົບໄພສົງຄາມ ຕັງແຕ່ ລັດຖະປະຫານ ໂດຍ ນາຍພົນ ລອນນອນ ໃນປີ ຄ.

ສ. 1970 ຈົນຮອດ ປີ ຄ.ສ. 1993 ການເລືອກຕັ້ງທີ່ຈັດຂືນໂດຍ ຫ້ອງການອົງການສະຫະປະຊາດປະຈຳປະເທດກຳປູເຈຍ ນຳໂດຍ ທ່ານ ຢະຊຶຊິ ອະກະຊິ ໃນເວລານັ້ນ. ນອກຈາກ ຄົນຂະແມ ທີ່ນັບຖືສາດສະໜາພຸດເທລະວາດ ເປັນສ່ວນຫຼາຍ ຍັງມີ ຄົນຈາມ ທີ່ ນັບຖືສາດສະໜາມຸດສະລິມ, ຄົນເຊື້ອສາຍຫວຽດນາມ, ຄົນເຊື້ອສາຍຈີນ ແລະ ຊາວພູດອຍທີ່ນັບຖື ບັນພະບູລຸດ ອີກ.

ປະເທດກຳປູເຈຍ ມີ ຊາຍແດນຕິດກັບ ປະເທດລາວ ຢູ່ທາງພາກຕາເວັນອອກສຽງເໜືອ, ປະເທດຫວຽດນາມ ຢູ່ທາງພາກຕາເວັນອອກ ແລະ ຕາເວັນອອກສຽງໃຕ້, ອ່າວໄທ ຢູ່ທາງພາກໃຕ້, ປະເທດໄທ ຢູ່ທາງພາກຕາເວັນຕົກ ແລະ ຕາເວັນຕົກສຽງເໜືອ. ປະເທດກຳປູເຈຍ ມີ ສອງແມ່ນໍ້າໃຫຍ່ ທີ່ມີຄວາມສຳຄັນ ທັງທາງດ້ານພູມິສາດ ແລະ ການດຳຣົງຊີວິດ ຄື: ແມ່ນໍ້າຂອງ (ພາສາຂະເໝນ ແມ່ນ ຕົງເລທົມ) ແລະ ທະເລສາບ (ພາສາຂະເໝນ ແມ່ນ ຕົງເລສາບ).

ອຸດສາຫະກຳຫລັກ ຂອງ ກຳປູເຈຍ ແມ່ນ ອຸດສາຫະກຳຕັດຫຍິບ, ອຸດສາຫະກຳການທ່ອງທ່ຽວ ແລະ ອຸດສາຫະກຳການກໍ່ສ້າງ. ໃນຫລາຍປີຫລັງ, ມູນຄ່າສົ່ງອອກໂດຍອຸດສາຫະກຳຕັດຫຍິບ ກວມຫຼາຍກວ່າ 80 ສ່ວນຮ້ອຍ ຂອງມູນຄ່າສົ່ງອອກທັງຫມົດ.ໃນປີ 2007, ມີນັກທ່ອງທ່ຽວຢ້ຽມຢາມ ອັງກໍວັດ ຫລາຍກວ່າ 4 ລ້ານເທື່ອຄົນ. ນອກຈາກນີ ຍັງມີການຄົ້ນພົບ ນໍ້າມັນ ແລະ ອາຍແກັສທຳມະຊາດ ຢູ່ ທະເລໃນອານາເຂດຂອງ ກຳປູເຈຍ ໃນ ປີ 2005 ທີ່ວ່າກັນວ່າ ຈະສາມາດພັດທະນາເພື່ອເຣີ່ມສົ່ງອອກ ໃນ ປີ 2011 ແລະ ຄາດວ່າຈະສົ່ງຜົນກະທົບຢ່າງໃຫຍ່ຫຼວງ ຕໍ່ການພັດທະນາທາງເສດຖະກິດ ຂອງປະເທດນີ.

ປະເທດລາວ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ຄຳເຄົ້າ: ສາທາຣນຣັຖປຊາທິປຕັຍປຊາຊົນລາວ) ຫຼື ສປປ ລາວ ຕັ້ງຢູ່ທິດຕາເວັນອອກສຽງໃຕ້ຂອງທະວີບອາຊີ, ຢູ່ໃຈກາງຂອງແຫຼມອິນດູຈີນລະຫວ່າງເສັ້ນຂະໜານທີ 14 — 23 ອົງສາເໜືອ ແລະ ເສັ້ນແວງທີ 100-108 ອົງສາ ສປປ ລາວມີເນື້ອທີ່ທັງໝົດ 236.800 ຕາລາງກິໂລແມັດ ເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ, ຕັ້ງຢູ່ເຂດບົວໂມງທີ 7 ພາກເໜືອມີຊາຍແດນຕິດກັບ ສາທາລະນະລັດປະຊາຊົນຈີນ (505 ກິໂລແມັດ), ທິດໃຕ້ຕິດກັບລາຊະອານາຈັກກຳປູເຈຍ (535 ກິໂລແມັດ), ທິດຕາເວັນອອກຕິດກັບ ສາທາລະນະລັດສັງຄົມນິຍົມຫວຽດນາມ (2.069 ກິໂລແມັດ), ທິດຕາເວັນຕົກຕິດກັບລາຊະອານາຈັກໄທ (1.835 ກິໂລແມັດ), ແລະ ທິດຕາເວັນຕົກສຽງເໜືອຕິດກັບ ສາທາລະນະລັດແຫ່ງສະຫະພາບມຽນມາ (236 ກິໂລແມັດ), ສ.ປ.ປ.ລາວ ເປັນປະເທດດຽວໃນພາກພື້ນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ທີ່ບໍ່ມີຊາຍແດນຕິດກັບທະເລ.

ປະເທດສະວິດເຊີແລນດ໌

ສະວິດເຊີແລນດ໌ ເປັນໜຶ່ງໃນບັນດາປະເທດທີ່ບໍ່ມີທາງອອກສູ່ທະເລ ໂດຍມີທີ່ຕັ້ງ ຢູ່ສູນກາງຂອງ ທະວີບເອີຣົບ. ນັບແຕ່ໃດໆມາ ປະເທດນີ້ ແມ່ນມີສະເຖຍລະພາບ ທາງດ້ານການເມືອງ ທີ່ໝັ້ນຄົງ ແລະ ເປັນປະເທດທີ່ບໍ່ເຄີຍມີສົງຄາມເກີດຂື້ນຢູ່ພາຍໃນປະເທດ, ບໍ່ເຄີຍຖືກຈັກກະພັດອື່ນໆ ຮຸຸກຮານມາກ່ອນ, ເພາະສະນັ້ນ ສະວິດ ຈຶ່ງໄດ້ກາຍມາເປັນປະເທດທີ່ປອດໄພທາງດ້ານເສດຖະກິດ-ສັງຄົມ ໂດຍໃນປະຈຸບັນ, ມີບັນດາຜູ້ນຳ, ປະທານປະເທດ, ນາຍົກລັດຖະມົນຕີ, ປະທານາທິບໍດີ ແລະ ບັນດານາຍທືກຍັກໃຫຍ່ ຈາກ ຫຼາຍໆປະເທດໃນໂລກ ເອົາເງີນໄປຝາກໄວ້ ຢູ່ບັນດາທະນາຄານ ໃນປະເທດນີ້.

ມະຫາວິຫານແຊັງໂປນ

ມະຫາວິຫານເຊັ້ນພອນ (ອັງກິດ: St Paul's Cathedral) ຫຼື ມະຫາວິຫານແຊັງໂປນ (ຝະລັ່ງ: Cathédrale de Saint-Paul) ແມ່ນມະຫາວິຫານນິກາຍອັງກິກັງ ຕັ້ງຢູ່ລອນດອນ ປະເທດອັງກິດ ມະຫາວິຫານທີ່ເຫັນໃນປັດຈຸບັນສ້າງເມື່ອຄິດຕະສະຕະວັດທີ 17 ແລະເຊື່ອກັນວ່າເປັນມະຫາວິຫານທີ 5 ຕັ້ງແຕ່ການສ້າງສາມະຫາວິຫານກັນມາ.

ລັດຖະບານ

ລັດຖະບານ (ຄຳເຄົ້າ: ຣັຖບາລ) ແມ່ນ ອົງກອນບໍລິຫານ ຂອງປະເທດໃດໜຶ່ງ ທີ່ໂດຍ ທົ່ວໄປແລ້ວ ຈະມີ ນາຍົກລັດຖະມົນຕີເປັນຫົວໜ້າອົງກອນ ແລະ ປະກອບດ້ວຍ ອົງກອນຫຼັກຕ່າງໆ ເຊັ່ນ ບັນດາ ກະຊວງ, ທະບວງ,ກົມ.ມັນ ແມ່ນໜຶ່ງ ໃນອຳນາດລັດ ທີ່ ປະກອບດ້ວຍ

ອຳນາດນິຕິບັນຍັດ (ສະພາ).

ອຳນາດບໍລິຫານ (ລັດຖະບານ).

ອຳນາດຕຸລາການ (ສານ).

ສະໄໝກາງ

ຍຸກກາງ (ຄຳເຄົ້າ: ຍຸຄກລາງ, ອັງກິດ: Medieval Age) ຫຼື ສະໄໝກາງ (ຄຳເຄົ້າ: ສມັຍກລາງ, ອັງກິດ: Middle Ages) ແມ່ນຊ່ວງເວລາໃນປະວັດສາດເອີລົບຕັ້ງແຕ່ຄິດສະຕະວັດທີ 5 ຫາຄິດສະຕະວັດທີ 15 ໂດຍປົກກະຕິແລ້ວແມ່ນເລີ່ມນັບຕັ້ງແຕ່ການຫຼົ້ມສະຫຼາຍລົງຂອງຈັກກະວັດໂລມັນຕາເວັນຕົກ (ການສິ້ນສຸດຂອງສະໄໝຄາດສິກ) ຈົນເຖິງຈຸດເລີ່ມຕົ້ນຂອງສະໄໝຟື້ນຟູສິລະປະວິທະຍາແລະຍຸກແຫ່ງການສຳລວດ ເຊິ່ງແມ່ນຍຸກທີ່ນຳໄປສູ່ຍຸກສະໄໝໃໝ່ໃນເວລາຕໍ່ມາ. ສະໄໝກາງແມ່ນຊ່ວງເວລາກົງກາງຂອງກະບວນການປ່ຽນຜ່ານໃນປະວັດສາດຕາເວັນຕົກແມ່ນ ສະໄໝຄາດສິກ, ສະໄໝກາງ ແລະສະໄໝໃໝ່. ນອກຈາກນີ້ສະໄໝກາງຍັງຖືກແບ່ງອອກເປັນສາມຊ່ວງເວລາແມ່ນ ຍຸກກາງຕອນຕົ້ນ (Early Middle Ages), ຍຸກກາງຕອນກາງ (High Middle Ages) ແລະຍຸກກາງຕອນປາຍ (Late Middle Ages).

ໃນຍຸກກາງຕອນຕົ້ນ ການລຸດລົງຂອງປະຊາກອນ, ການຫົດໂຕຂອງເມືອງ ແລະການຮຸກຮານຈາກອະນາລະຍະຊົນ ເລີ່ມຕົ້ນຂຶ້ນໃນຍຸກບຸຮານຕອນປາຍແລະດຳເນີນໄປຢ່າງໄວວາເຫຼົ່າອະນາລະຍະຊົນຜູ້ບຸກລຸກເຂົ້າຕັ້ງອານາຈັກຂອງຕົນໃນສ່ວນທີ່ເຫຼືອຢູ່ຂອງຈັກກະວັດໂລມັນຕາເວັນຕົກ. ໃນຄິດສະຕະວັດທີ 7 ອາຟລິກກາເໜືອແລະຕາເວັນອອກກາງ ເຊິ່ງເຄີຍເປັນສ່ວນໜຶ່ງຂອງຈັກກະວັດໂລມັນຕາເວັນອອກ ໄດ້ກາຍໄປເປັນຈັກກະວັດອິສະລາມຫຼັງຈາກຖືກຍຶດຄອງໂດຍຜູ້ສືບທອດຂອງນະບີມຸຮຳມັດ ແມ້ນວ່າຈະມີການປ່ຽນແປງທາງສັງຄົມແລະໂຄງສ້າງທາງການເມືອງຫຼາຍຫຼວງ ແຕ່ກໍບໍ່ໄດ້ປ່ຽນໄປຈາກຍຸກບຸຮານຄາດສິກຢ່າງສິ້ນເຊີງ. ຈັກກະວັດໂລມັນຕາເວັນອອກຫຼືຈັກກະວັດບິເຊນທີນຍັງຄົງຢູ່ລອດແລະຮັກສາອຳນາດຂອງຕົນເອົາໄວ້ໄດ້. ນອກຈາກນີ້ແລ້ວອານາຈັກເກີດໃໝ່ສ່ວນໃຫຍ່ຍັງຄົງກ່ຽວພັນຢູ່ກັບສະຖາບັນທີ່ຫຼົງເຫຼືອຢູ່ຂອງຊາວໂລມັນ ໃນຂະນະທີ່ວັດວາອາຮາມຂອງຄິດສາສະໜາໄດ້ແຜ່ຂະຫຍາຍໄປທົ່ວເອີລົບຕາເວັນຕົກ. ໃນຄິດສະຕະວັດທີ 7 ແລະ 8 ຊາວແຟງພາຍໃຕ້ການປົກຄອງຂອງລາຊະວົງຄາໂລແລັງຊຽງໄດ້ສະຖາປະນາຈັກກະວັດຂຶ້ນເຊິ່ງຄອບຄຸມພື້ນທີ່ສ່ວນໃຫຍ່ຂອງເອີລົບຕາເວັນຕົກມີນາມວ່າ ຈັກກະວັດຄາໂລແລັງຊຽງ ເຊິ່ງຍືນຍົງໄປຈົນຮອດຄິດສະຕະວັດທີ 9. ເມື່ອຈັກກະວັດຫຼົ້ມສະຫຼາຍລົງຈາກແຮງກົດດັນຂອງການຮຸກຮານຈາກພາຍນອກ ເຊັ່ນ ຊາວໄວກິງຈາກທາງເໜືອ, ຊາວມາດຢາຈາກທາງຕາເວັນອອກ ແລະຊາວຊາລາເຊນຈາກທາງໃຕ້.

ຊ່ວງຍຸກກາງຕອນກາງເຊິ່ງເລີ່ມຂຶ້ນຫຼັງຄິດສະຕະວັດທີ 10 ປະຊາກອນຂອງເອີລົບຂະຫຍາຍໂຕຢ່າງຫຼາຍຈາກການທີ່ນະວັດຕະກຳທາງເຕັກໂນໂລຊີແລະທາງການກະເສດເຮັດໃຫ້ການຄ້າຂາຍຈະເລີນຮຸ່ງເຮືອງແລະການເຮັດສວນໄຮ່ນາຂະຫຍາຍໂຕ ລະບົບມາເນີ້ - ອົງກອນຂອງຊາວນາຕາມໝູ່ບ້ານທີ່ຕິດຄ້າງຄ່າເຊົ່າທີ່ດິນແລະໜ້າທີ່ດ້ານແຮງງານແກ່ຂຸນນາງ ແລະລະບົບຟິວດັນ - ໂຄງສ້າງທາງການເມືອງທີ່ເຊິ່ງອັດສະວິນແລະຂຸນນາງສັກຕ່ຳກວ່າຕິດຄ້າງໜ້າທີ່ດ້ານການທະຫານແກ່ເຈົ້ານາຍຜູ້ມີສັກສູງກວ່າຂອງພວກເຂົາແລກກັບສິດໃນການເກັບຄ່າເຊົ່າທີ່ດິນແລະຊາວນາໃຕ້ປົກຄອງ. ສອງລະບົບນີ້ແມ່ນລະບຽບຂອງສັງຄົມທີ່ໃຊ້ກັນໃນຍຸກກາງຕອນກາງ. ຕໍ່ມາອານາຈັກເລີ່ມລວມສູນອຳນາດຫຼາຍຂຶ້ນພາຍຫຼັງການຫຼົ້ມສະຫຼາຍລົງຂອງຈັກກະວັດຄາໂລແລັງຊຽງ ສົງຄາມຄູເສດເຊິ່ງເລີ່ມຂຶ້ນເທື່ອທຳອິດໃນປີ ຄ.ສ. 1095 ແມ່ນຜະລິດຜົນຈາກຄວາມພະຍາຍາມທາງການທະຫານຂອງເຫຼົ່າຊາວຄິດໃນເອີລົບຕາເວັນຕົກທີ່ຕ້ອງການຈະທວງຄືນດິນແດນສັກສິດໃນຕາເວັນອອກກາງຄືນຈາກຊາວມຸສະລິມແລະມີອຳນາດເໜືອດິນແດນດັງກ່າວດົນນານພໍທີ່ຈະສະຖາປະນາລັດຄິດໃນຕາເວັນອອກໃກ້ ກຸ່ມປັນຍາຊົນເກີດຂຶ້ນຈາກລັດທິອັດສະມາຈານນິຍົມແລະການກໍ່ຕັ້ງມະຫາວິທະຍາໄລທົ່ວເອີລົບ ລວມໄປເຖິງການກໍ່ສ້າງໂບດວິຫານແບບກໍທິກ ເປັນໜຶ່ງໃນໂຕຢ່າງຄວາມສຳເລັດທາງດ້ານສິລະປະອັນຍິ່ງໃຫຍ່ຈາກຍຸກກາງຕອນກາງ.

ຍຸກກາງຕອນປາຍຕ້ອງຜະເຊີນກັບຄວາມຫຍຸ້ງຍາກແລະຫາຍະນະຫຼາຍຫຼວງ ເຊັ່ນ ຄວາມອົດຢາກ, ໂລກລະບາດ ແລະສົງຄາມ ເຊິ່ງເຮັດໃຫ້ຈຳນວນປະຊາກອນໃນເອີລົບຕາເວັນຕົກລຸດລົງເປັນຢ່າງຫຼາຍ. ໃນຊ່ວງເວລາສີ່ປີຕັ້ງແຕ່ ຄ.ສ. 1347 ຫາ ຄ.ສ. 1350 ກາລະໂລກລະບາດໃນເອີລົບເອົາຊີວິດຊາວເອີລົບໄປສາມໃນສີ່ໂດຍປະມານ. ຄວາມກັງຂາ, ຄວາມນອກຮີດ ແລະຄວາມແຕກແຍກພາຍໃນຄິດຕະຈັກດຳເນີນຄວບຄູ່ໄປກັບສົງຄາມລະຫວ່າງລັດ, ສົງຄາມກາງເມືອງ ແລະການລຸກຮື້ຂອງຊາວນາພາຍໃນອານາຈັກຕ່າງໆ. ພັດທະນາການທາງດ້ານວັດທະນະທຳແລະເຕັກໂນໂລຊີໄດ້ປ່ຽນແປງສັງຄົມຂອງເອີລົບອັນເປັນຈຸດຈົບຂອງຍຸກກາງແລະຈຸດເລີ່ມຕົ້ນຂອງສະໄໝໃໝ່ຕອນຕົ້ນ.

ສະໜາມບິນສາກົນເມືອງຕົ້ນເຜິ້ງ

ສະໜາມບິນເມືອງຕົ້ນເຜິ້ງ ໄດ້ຮັບການລົງນາມກໍ່ສ້າງ ລະຫວ່າງ ທ່ານ ສົມມາດ ພົນເສນາ ລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງ ກັບ ທ່ານ ຈ້າວເຫວີຍ ປະທານບໍລິຫານງານເຂດເສດຖະກິດພິເສດສາມຫລ່ຽມຄຳ ໂດຍມີທ່ານ ບຸນມີ ສຸວັນນະລັງສີ ຫົວໜ້າບໍລິຫານງານເຂດເສດຖະກິດພິເສດສາມຫລ່ຽມຄຳ ລົງນາມເປັນສັກຂີພະຍານ.ພິທີລົງນາມດັ່ງກ່າວ ໄດ້ຈັດຂື້ນໃນວັນທີ 16 ມັງກອນ 2012 ທີ່ໂຮງແຮມລາວພລາຊາ ໂດຍມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ໃຫ້ກຽດເຂົ້າຮ່ວມ.

ໂຄງການກໍ່ສ້າງສະໜາມບິນດັ່ງກ່າວເປັນເປົ້າໝາຍຂອງການພັດທະນາໂຄງລ່າງພື້ນຖານ ພາຍໃນທ້ອງຖິ່ນ ແລະ ເປັນການພັດທະນາເຂດເສດຖະກິດພິເສດສາມຫລ່ຽມຄຳ ເສີມສ້າງການຄົມມະນາຄົມຂົນສົ່ງໃຫ້ມີຄວາມເຂັ້ມແຂງ ເພື່ອເຊື່ອມຕໍ່ເຂົ້າກັບສາກົນ ອຳນວຍຄວາມສະດວກໃນການລົງທຶນ, ການທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເພື່ອເພິ່ມຂີດຄວາມສາມາດໃນການພັດທະນາພື້ນຖານໂຄງລ່າງຂອງພາກເໜືອ ໂດຍສະເພາະແຂວງບໍ່ແກ້ວ.

ສະໜາມບິນທີ່ຈະສ້າງນີ້ ຈະເປັນໄປຕາມກົດ 4C ຂອງອົງການການບິນພົນລະເຮືອນສາກົນ( ICAO ) ຈະມີ ຣັນເວ ຍາວ 2.700 ແມັດ ແລະ ສາມາດຂະຫຍາຍໄດ້ເຖິງ 3.000 ແມັດ. ປະກອບດ້ວຍອາຄານຜູ້ໂດຍສານ, ອາຄານຄວບຄຸມການບິນ ແລະ ສິ່ງອຳນວຍຄວາມສະດວກຢ່າງເປັນລະບົບ.

ຮູບແບບຂອງການລົງທຶນນັ້ນ ເປັນແບບກໍ່ສ້າງ ແລ້ວມອບໂອນ (Built and Tranfer) ໂດຍຜູ້ລົງທຶນເປັນຜູ້ຮັບຜິດຊອບການກໍ່ສ້າງ ຫລັງຈາກນັ້ນລັດຖະບານຈະຊຳລະ ຫຼື ທົດແທນການກໍ່ສ້າງ ເຊິ່ງຈະກຳນົດໄວ້ໃນສັນຍາອີກສ່ວນໜຶ່ງ ສ່ວນພື້ນທີ່ການກໍ່ສ້າງລັດຖະບານຈະເປັນຜູ້ຈັດຫາ ແລະ ຊົດເຊີຍທັງໝົດ.

ອາຊີຕາເວັນອອກສຽງໃຕ້

ອາຊີຕາເວັນອອກສຽງໃຕ້, ອຸສາຄະເນ ຫຼື ອາຊີອາຄະເນ ຫຼື ເອເຊຍຕາເວັນອອກສຽງໃຕ້ ແມ່ນອະນຸພາກພື້ນຂອງທະວີບອາຊີ. ປະກອບດ້ວຍປະເທດເຊິ່ງທິດເໜືອຕິດຈີນ ທິດຕາເວັນຕົກຕິດອິນເດຍ ທິດຕາເວັນອອກຕິດປາປົວນິວກິນີ ແລະທິດໃຕ້ຕິດອົດສະຕາລີ. ພາກພື້ນດັ່ງກ່າວຕັ້ງຢູ່ເທິງຮອຍຕໍ່ຂອງແຜ່ນທະວີບຫຼາຍແຜ່ນເຊິ່ງຍັງມີການໄຫວສະເທືອນຮຸນແຮງແລະການປະທຸຂອງພູໄຟຢູ່ເລື້ອຍໆ. ອາຊີຕາເວັນອອກສຽງໃຕ້ແບ່ງໄດ້ພາກພູມສາດໄດ້ສອງພາກ ໄດ້ແກ່ ອາຊີຕາເວັນອອກສຽງໃຕ້ແຜ່ນດິນໃຫຍ່ ຫຼືອິນດູຈີນ ປະກອບດ້ວຍ ກຳປູເຈຍ ລາວ ມຽນມາ ໄທ ຫວຽດນາມ ແລະມາເລເຊຍຕາເວັນຕົກ ແລະອາຊີຕາເວັນອອກສຽງໃຕ້ສະໝຸດ ປະກອບດ້ວຍ ບູໄນ ມາເລເຊຍຕາເວັນອອກ ຕີມໍຕາເວັນອອກ ອິນໂດເນເຊຍ ຟີລິບປິນ ແລະສິງກະໂປ.

ເຂດພາສີຈະເລີນ

ເຂດພາສີຈະເລີນ (ໄທ: เขตภาษีเจริญ) ແມ່ນ 1 ໃນ 50 ເຂດການປົກຄອງຂອງບາງກອກຢູ່ໃນກຸ່ມເຂດກຸງທົນໃຕ້ ສະພາບໂດຍທົ່ວໄປມີລັກສະນະກຶ່ງຊົນນະບົດກຶ່ງຊຸມຊົນເມືອງ ແຕ່ໃນພື້ນທີ່ເນື່ອງຈາກມີການຂະຫຍາຍຕົວຂອງລະບົບສາທາລະນູປະໂພກ (ໂດຍສະເພາະດ້ານການຄົມມະນາຄົມ) ຈຶງເກີດການປ່ຽນແປງຈາກຊຸມຊົນກະເສດເປັນຊຸມຊົນເມືອງຫຼາຍຂຶ້ນ

ເຮືອນຫີນ

ຕັ້ງຢູ່ແຄມຝັ່ງແມ່ນ້ຳຂອງຫ່າງຈາກສະຫວັນນະເຂດ ມາທາງທິດໃຕ້ປະມານ 90 ກິໂລແມັດ ຜາສາດເຮືອນຫີນເປັນຊາກຜາສາດຂອມເກົ່າແກ່ອາຍຸກວ່າພັນປີຢູ່ໃນ ເມືອງໄຊພູທອງ

ທີ່ຕັ້ງ: ບ້ານເຮືອນຫີນ, ເມືອງໄຊພູທອງ, ໄລຍະຫ່າງຈາກຕົວເມືອງ: ປະມານ 10 ກິໂລແມັດ ການເຂົ້າເຖິງແຫລ່ງ: ສະດວກ ພາກສ່ວນຄຸ້ມຄອງ : ຫ້ອງການ ຖວທ ເມືອງຈັດລະດັບແຫລ່ງທ່ອງທ່ຽວ: ຂັ້ນເມືອງສິ່ງອໍານວຍຄວາມສະດວກ: ເສັ້ນທາງ, ຮ້ານກິນດື່ມ ຂະໜາດນ້ອຍ, ຫ້ອງນໍ້າເຮືອນຫີນ ແມ່ນຮ່ອງຮອຍທາງດ້ານປະຫວັດສາດ ເຊິ່ງສ້າງຂຶ້ນໃນ ອານາຈັກສີໂຄດຕະບູນ ເຊິ່ງເປັນ ອານາຈັກທີ່ໜ້າເກງຂາມ ຂອງອານາຈັກ ໃກ້ຄຽງ. ໃນປີ ຄສ 557 ນັ້ນ ມີຂຸນອັງຄະຣາດ ແລະ ອົມມະຣາດ ສອງອ້າຍນ້ອງນໍາພາສ້າງ ປະສາດຫີນຂຶ້ນ ເພື່ອເປັນທີ່ເຄົາລົບກາບໄຫວ້ ຂອງສາສະໜາພາມ, ແຮງງານໃນການກໍ່ສ້າງ ແມ່ນໄດ້ເກນເອົາເຜົ່າຊົນຕ່າງໆ ມາຈາກ ອານາຈັກໂຍນົກເງິນຍາງ ມາເປັນຂ້າທາດເຂົາເຈົ້າຫຸບຫອບ ຄອບຄົວມາພ້ອມ ແລ້ວອາໃສຢູ່ ຕາມຖໍ້າຫີນຕ່າງໆ ເພື່ອຊົ້ນແດດຊົ້ນຝົນ, ສ່ວນຂຸນອັງຄະຣາດ ຜູ້ນໍາພາສ້າງ ໄດ້ເຈາະ ອຸໂມງ ຢູ່ກະໂຕພື້ນຜາສາດຫີນ, ກ້ອນຫີນທີ່ນໍາມາສ້າງ ໄດ້ເອົາສິ່ວເຈາະມາ ຈາກຫລາຍບ່ອນ ເຊິ່ງບ່ອນທີ່ໃຫຍ່ທີ່ສຸດ ແມ່ນຢູ່ບ່ອນເບື້ອງ ຕາເວັ້ນຕົກ ຫ່າງຈາກ ປະສາດຫີນ ປະມານ 1 ກິໂລແມັດ, ເອີ້ນວ່າ “ວັງເຮືອ” ຍ້ອນວ່າຮ່ອງຮອຍ ທີ່ສິ່ວເຈາະເອົາຫີນນັ້ນ ໄປສ້າງເຮືອນຫີນ ເຊິ່ງໃນປະຈຸບັນນີ້ ຍັງມີຮ່ອຍຮອງເປັນລັກສະນະ ຮູບຄ້າຍຄືເຮືອ ບາງຈຸດຍັງມີເສດເຫຼືອ ຈາກກ້ອນຫີນ ທີ່ເຈາະອອກມາ ແລະ ຍັງບໍທັນໄດ້ເອົາໄປສ້າງຍັງຍາຍ ເປັນຈໍານວນຫຼາຍ, ເພິ່ນສ້າງຈົນຮອດປີ ຄສ 700 ກໍ່ໜົດ ສະໄໜລາສະວົງ, ຍ້ອນມີພາກສ່ວນອື່ນ 190 ມາຢຶດຄອງແທນ ເປັນອັນວ່າ ຢຸດຕິການກໍ່ສ້າງ ຜາສາດຫີນ ສະນັ້ນ ຜາສາດຫີນ ຈຶ່ງມີຮູບຊົງບໍ່ສໍາເລັດ ຈົນເຖິງປະຈຸບັນນີ້.

ເປັນພາສາອື່ນໆ

This page is based on a Wikipedia article written by authors (here).
Text is available under the CC BY-SA 3.0 license; additional terms may apply.
Images, videos and audio are available under their respective licenses.